• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ແຂວງ Wakayama (ຍີ່ປຸ່ນ) ເຫັນດີເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

      ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຕີລາຄາສູງກຳລັງບົ່ມຊ້ອນພັດທະນາຂອງ ແຂວງ Wakayama ແລະ ຢັ້ງຢືນວ່າ ສອງຝ່າຍຍັງມີໂອກາດຮ່ວມມືກັນຢ່າງແໜ້ນແຟ້ນຫຼາຍຢ່າງເພື່ອຫັນກຳລັງບົ່ມຊ້ອນນັ້ນໃຫ້ເປັນຜົນປະໂຫຍດທີ່ແທດຈິງໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ແລະ ຍີ່ປຸ່ນ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ
ທ່ານ Yoshinobu Nisaka ຜູ້ວ່າການແຂວງ Wakayama (ພາບ: baoquocte.vn)
      ວັນທີ 24 ພະຈິກ, ຢູ່ນອກຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Yoshinobu Nisaka ຜູ້ວ່າການແຂວງ Wakayama ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ ແລະ ອຸດສາຫະກຳ ລະຫວ່າງ ກະຊວງ ກັບ ອຳນາດການປົກຄອງແຂວງ.
        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຜູ້ວ່າການ Nisaka, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຕີລາຄາສູງກຳລັງບົ່ມຊ້ອນພັດທະນາຂອງ ແຂວງ Wakayama ແລະ ຢັ້ງຢືນວ່າ ສອງຝ່າຍຍັງມີໂອກາດຮ່ວມມືກັນຢ່າງແໜ້ນແຟ້ນຫຼາຍຢ່າງເພື່ອຫັນກຳລັງບົ່ມຊ້ອນນັ້ນໃຫ້ເປັນຜົນປະໂຫຍດທີ່ແທດຈິງໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ແລະ ຍີ່ປຸ່ນ.
        ສ່ວນທ່ານຜູ້ວ່າການ Nisaka ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືທີ່ໄດ້ລົງນາມໃນຄັ້ງນີ້, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງການເຄື່ອນໄຫວລະອຽດຫຼາຍຢ່າງເພື່ອຂຸດຄົ້ນກຳລັງບົ່ມຊ້ອນ ແລະ ທ່າແຮງຂອງແຂວງ Wakayama ແລະ ຂອງ ຫວຽດນາມ ຢ່າງສຸດຂີດ ໃນສະພາບການທີ່ ຫວຽດນາມ ແລະ ຍີ່ປຸ່ນ ພວມປະຕິບັດສັນຍາ CPTPP ຢ່າງມີປະສິດທິຜົນ ແລະ ກະກຽມປະຕິບັດ RCEP ໃນຕົ້ນປີ 2022 ນີ້.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top