• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງອຸດສາຫະກຳການຄ້າຈັດກອງປະຊຸມມອບຮັບໜ້າທີ່ສົ່ງເສີມການຄ້າ

ວັນທີ 12 ມີນາ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດກອງປະຊຸມມອບຮັບໜ້າທີ່ສົ່ງເສີມການຄ້າ ກັບລະບົບການຄ້າ ຫວຽດນາມ ຢູ່ຕ່າງປະເທດ ໄຕມາດທີ 1 ປີ 2026.
  ທີ່ກອງປະຊຸມມອບຮັບໜ້າທີ່ສົ່ງເສີມການຄ້າ (ພາບ:moit.gov.vn)  

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ການສະໜອງຂໍ້ມູນຕະຫຼາດຢ່າງທັນການ, ຊັດເຈນ ແລະ ມີຄວາມສາມາດຄາດຄະເນ ແມ່ນປັດໄຈສຳຄັນຍິ່ງຕໍ່ວຽກງານບໍລິຫານຂອງລັດຖະບານ ກໍຄືສຳລັບການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ສະນັ້ນ, ເລື່ອງສ້າງພື້ນຖານດີຈີຕອນປະມວນ, ການເຊື່ອມຕໍ່ຂໍ້ມູນ ແມ່ນບາດກ້າວເດີນທີ່ຖືກຕ້ອງ, ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີແບບມີແຜນ ແລະ ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ:

        “ຕິດພັນການພັດທະນາພື້ນຖານດີຈີຕອນກັບຄວາມຕ້ອງການຕົວຈິງຂອງວິສາຫະກິດ. ບັນດາສະຫະສະມາຄົມຂະແໜງສິນຄ້າ ແລະ ປະຊາຄົມວິສາຫະກິດຕ້ອງໄດ້ຮັບການສົ່ງເສີມເຂົ້າຮ່ວມລະບົບນີ້ຢ່າງຕັ້ງໜ້າ, ຍ້ອນເຂົາເຈົ້າທັງແມ່ນເປົ້າໝາຍໄດ້ຊົມໃຊ້, ທັງແມ່ນແຫຼ່ງສະໜອງຂໍ້ມູນຂ່າວສຳຄັນໃຫ້ແກ່ລະບົບຂໍ້ມູນການຄ້າ… ຕ້ອງຖືນີ້ແມ່ນເຄື່ອງມືສຳຄັນເພື່ອເຂົ້າເຖິງຂໍ້ມູນຕະຫຼາດ, ຍົກສູງກຳລັງແກ່ງແຍ້ງ ແລະ ເປີດກວ້າງການເຄື່ອນໄຫວສົ່ງອອກ.”

(ແຫຼ່ງຄັດຈາກ VOV)

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ທິມ​ງານ​ສຳຫຼວດ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ, ໃນ​ນັ້ນ ມີ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຖ້ຳຫຼາຍ​ຄົນ ຫາ​ກໍ່​ພົບ​ເຫັນ​ມີ​ຖ້ຳ​ໃໝ່​ແຫ່ງ​ໜຶ່ງ​ໃນ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ແຂວງ ກວາງ​ຈິ).

Top