• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍປັບປຸງ, ຍົກລະດັບຫໍພິພິທະພັນປະຫວັດສາດກອງທັບປະຊາຊົນ ລາວ

ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃຫ້ຮູ້ວ່າ: ເລື່ອງປັບປຸງຫໍພິພິທະພັນຄັ້ງນີ້ຊ່ວຍໃຫ້ຫໍພິພິທະພັນກາຍເປັນສູນເກັບຮັກສາ, ອະນຸລັກ ແລະ ຄຸ້ມຄອງບັນດາວັດຖຸພັນປະຫວັດສາດ.
ພິທີເລີ່ມລົງມືກໍ່ສ້າງ ປັບປຸງ, ຍົກລະດັບຫໍພິພິທະພັນກອງທັບປະຊາຊົນລາວ

ຕອນເຊົ້າວັນທີ 13 ທັນວາ, ທີ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການປັບປຸງ, ຍົກລະດັບຫໍພິພິທະພັນກອງທັບປະຊາຊົນລາວ. ໂດຍໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2019 ດ້ວຍ 3 ໄລຍະ, ໂຄງການດັ່ງກ່າວມີຍອດເງິນລົງທຶນທັງໝົດກ່ວາ 4,6 ລ້ານໂດລາສະຫະລັດ, ດ້ວຍການໜູນຊ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ. ນີ້ກໍ່ແມ່ນກິດຈະກຳສຸດຈຸມເພືີ່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20/1/1949 – 20/1/2024) ແລະ 103 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ (13/12/1920 – 13/12/2023).     

ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃຫ້ຮູ້ວ່າ: ເລື່ອງປັບປຸງຫໍພິພິທະພັນຄັ້ງນີ້ຊ່ວຍໃຫ້ຫໍພິພິທະພັນກາຍເປັນສູນເກັບຮັກສາ, ອະນຸລັກ ແລະ ຄຸ້ມຄອງບັນດາວັດຖຸພັນປະຫວັດສາດ, ຈາລຶກບັນດາໝາກຜົນຂອງໄຊຊະນະຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ຫໍພິພິທະພັນ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຄົ້ນຄ້ວາ, ຮ່ຳຮຽນ ແລະ ຢ້ຽມຊົມ, ຜ່ານການວາງສະແດງວັດຖຸພັນທີ່ເປັນຂີດໝາຍປະຫວັດສາດສຳຄັນ ແລະ ການວາດພາບບັນດາເຫດການປະຫວັດສາດ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top