ຕອນບ່າຍວັນທີ 18 ພະຈິກ, ຢູ່ແຂວງ ຢາລາຍ, ພົນລະພາກຫຼວງ 15 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຈັດພິທີເປີດສະຫຼອງນຳໃຊ້ ແລະ ພິທີມອບ - ຮັບໂຮງຮຽນອະນຸບານ ຊາວມາຍ ໃຫ້ຄູອາຈານ ແລະ ນັກຮຽນຕາແສງ Ia Krel, ແຂວງ ຢາລາຍ.
ກິດຈະກຳລວມມີ: ຕຶກອາຄານເຮັດວຽກ - ຫ້ອງຮຽນ, ຫ້ອງຮຽນ, ເຂດເຮືອນຄົວ, ເຂດສຶກສາກາຍຍະກຳ… ຕອບສະໜອງຄວາມຕ້ອງການຮ່ຳຮຽນໃຫ້ເດັກຊັ້ນອະນຸບານກວ່າ 300 ຄົນຢູ່ 24 ບ້ານ ຂຶ້ນກັບບັນດາຕາແສງເຂດຊາຍແດນທາງທິດຕາເວັນຕົກ ຢາລາຍ. ທ່ານພັນເອກ ຄວັດບາກາວ, ເລຂາຄະນະພັກ, ຮອງຜູ້ບັນຊາການພົນລະພາກຫຼວງ 15 (ກະຊວງປ້ອງກັນປະເທດ), ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ ພົນລະພາກຫຼວງ 15 ຈະສືບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ກົມກອງເສດຖະກິດ - ປ້ອງກັນປະເທດ 75 ໃນການຄຸ້ມຄອງ, ນຳໃຊ້ກິດຈະກຳໃຫ້ຖືກຕາມຈຸດປະສົງ, ມີປະສິດທິຜົນ, ຍືນຍົງ; ສ້າງທຸກເງື່ອນໄຂເພື່ອໃຫ້ບັນດານັກຮຽນໄດ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມດ້ວຍເງື່ອນໄຂທີ່ດີທີ່ສຸດ”.








