• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດຫວຽດນາມໜູນຊ່ວຍລັດຖະບານແລະປະຊາຊົນລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດເຂື່ອນໄຟຟ້າແຕກ

ຕອນເຊົ້າວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈີ່ນເດີນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນຈໍານວນ 50.000 USD ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ ທ່ານ ວຽງໄຊ ດາລາແສນ, ອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ


ທ່ານພົນໂທ ເຈີ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນຈໍານວນ

50.000 USD ໜູນຊ່ວຍລັດຖະບານ ແລະ ປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດ

(ພາບ: qdnd.vn)

ເພື່ອໜູນຊ່ວຍລັດຖະບານ ແລະ ປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າ ເຊ ປຽນ- ເຊນໍ້ານ້ອຍ ແຕກ ຢູ່ ແຂວງອັດຕະປືໃນເວລາຜ່ານມາ.

        ທ່ານ ພົນໂທ ເຈີ່ນເດີນ ເນັ້ນໜັກວ່າ ພັກ, ລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ແບ່ງເປົາຄວາມເສຍຫາຍກັບ ພັກ, ລັດ ແລະ ປະຊາຊົນ ລາວ, ພິເສດແມ່ນພໍ່ແມ່ພີ່ນ້ອງແຂວງ ອັດຕະປື ພາຍຫຼັງ ອຸປະຕິເຫດເຂື່ອນໄຟຟ້າແຕກ. ປັດຈຸບັນ, ກະຊວງ ປ້ອງກັນປະເທດ ຫວຽດນາມ ຊີ້ນໍາໃຫ້ກອງບັນຊາການ ທະຫານເຂດ 5 ແລະ ບັນດາກົມກອງໃນບໍລິເວນສືບຕໍ່ຜັນຂະຫຍາຍກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນ ແຂວງ ອັດຕະປື ໃນການກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top