
		ທ່ານພົນໂທ ເຈີ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນຈໍານວນ
	
		50.000 USD ໜູນຊ່ວຍລັດຖະບານ ແລະ ປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດ
	
		(ພາບ: qdnd.vn)
	
		ເພື່ອໜູນຊ່ວຍລັດຖະບານ ແລະ ປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າ ເຊ ປຽນ- ເຊນໍ້ານ້ອຍ ແຕກ ຢູ່ ແຂວງອັດຕະປືໃນເວລາຜ່ານມາ.
	
		        ທ່ານ ພົນໂທ ເຈີ່ນເດີນ ເນັ້ນໜັກວ່າ ພັກ, ລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ແບ່ງເປົາຄວາມເສຍຫາຍກັບ ພັກ, ລັດ ແລະ ປະຊາຊົນ ລາວ, ພິເສດແມ່ນພໍ່ແມ່ພີ່ນ້ອງແຂວງ ອັດຕະປື ພາຍຫຼັງ ອຸປະຕິເຫດເຂື່ອນໄຟຟ້າແຕກ. ປັດຈຸບັນ, ກະຊວງ ປ້ອງກັນປະເທດ ຫວຽດນາມ ຊີ້ນໍາໃຫ້ກອງບັນຊາການ ທະຫານເຂດ 5 ແລະ ບັນດາກົມກອງໃນບໍລິເວນສືບຕໍ່ຜັນຂະຫຍາຍກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນ ແຂວງ ອັດຕະປື ໃນການກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດດັ່ງກ່າວ.
	
		(ແຫຼ່ງຄັດຈາກ VOV)