• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການເງິນຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານດ້ານພາສີອາກອນ ແລະ ດ່ານພາສີ


ທ່ານ ​ເຈືອງ​ຮ່ວາ​ບີ່ງ ທີ່​ກອງ​ປະຊຸມ
(ພາບ: ສຳນັກ​ຂ່າວສານ ຫວຽດນາມ)
      ວັນ​ທີ 3/8, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ລັດຖະບານ​ໂດຍທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ່​ງ, ຫົວໜ້າ​ຄະນະ​ຊີ້​ນຳ​ເປັນ​ຫົວໜ້າ​ຄະນະ, ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ກາ​ນ​ເງິນ​ກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ບໍລິຫານ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ​ເຈືອງ​ຮ່ວາ​ບີ່​ງ ຊີ້​ນຳວ່າ: ​ເພື່ອ​ຍູ້​​ແຮງວຽກ​ງານ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ກ່ວາ​ອີກ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ເງິນ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ໜ​້າທີ່​ຈຸດ​ສຸມ​ໂດຍ​ລັດຖະບານ​ມອບ​ໝາຍ​ຢ່າງ​ມີ​ປະສິດທິ​ຜົນ, ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ຮອບດ້ານ​ບັນດາ​ມາດ​ຕະການ​ເພື່ອ​ສືບ​ຕໍ່​ແກ​້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ, ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ດ້ານ​ພາສີ​ອາກອນ ​ແລະ ດ່ານພາສີ, ຫລຸດ​ຜ່ອນວິວັດ​ການ​ແກ້​ໄຂ, ​ເວລາ​ປະຕິບັດ. ກະຊວງ​ການ​ເງິນ​ຕ້ອງ​ຫັນ​ເປັນ​ທັນ​ສະ​ໄໝ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຮັບປະກັນ​ຄວາມ​ປອດ​ໄສ, ກະຈ່າງ​​ແຈ້ງ​ ​ແລະ ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງການ​ບໍລິຫານ​ລັດ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top