• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອ​ງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37: ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່ ອາ​ຊຽນ ໃນ​ໄລ​ຍະ​ທາງ​ຕໍ່​ໄປ

 ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ອັດລົງໃນວັນທີ 15 ພະຈິກຢູ່ຮ່າໂນ້ຍ ດ້ວຍຮູບການທາງອອນລາຍ.

 ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ຢັ້ງຢືນວ່າ ກອງປະຊຸມດັ່ງກ່າວໄດ້ປະສົບຜົນສຳເລັດຢ່າງຈົບງາມ, ອັດປີປະທານ ອາຊຽນ 2020 ລົງ ດ້ວຍສິ່ງທ້າທາຍຫຼາຍຢ່າງ. ບັນດາການນຳ ອາຊຽນ ໄດ້ແລກປ່ຽນກ່ຽວກັບມາດຕະການຫຼາຍຢ່າງ ແລະ ຍົກອອກບັນດາການກຳນົດທິດໃຫຍ່ໃຫ້ແກ່ປະຊາຄົມ ອາຊຽນ:

“ພວກເຮົາໄດ້ເຫັນດີຕໍ່ຫຼາຍເນື້ອໃນສຳຄັນ, ອັນໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງໃນການຮ່ວມມືຫຼາຍຝ່າຍ, ການຮ່ວມສຳພັນຫັນເປັນເສດຖະກິດເສລີ, ແບ່ງປັນບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ພວມເກີດຂຶ້ນ. ພວກເຮົາເຫັນດີເປັນເອກະພາບວ່າ ບົດບາດໃຈກາງຂອງ ອາຊຽນ ຄວນສືບຕໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ, ຊຸກຍູ້ການເຈລະຈາ, ການຮ່ວມມື, ສະກັດກັ້ນການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ກໍ່ສ້າງໂຄງສ້າງພາກພື້ນ ໃຫ້ເປີດກວ້າງ, ໂປ່ງໃສ, ກວມລວມ ແລະ ອີງໃສ່ລະບຽບກົດໝາຍ”.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: VGP) 

ທ່ານນາຍົກລັດຖະມົນຕີ   ຫງວຽນຊວັນຟຸກ ກໍ່ໄດ້ເນັ້ນໜັກເຖິງເຫດການທີ່ພົ້ນເດັ່ນ ນັ້ນແມ່ນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ລະຫວ່າງ 10 ປະເທດ ອາຊຽນ ກັບ 5 ປະເທດພາຍນອກ ທີ່ໄດ້ຮັບການລົງນາມນັ້ນ ບໍ່ພຽງແຕ່ແມ່ນເຫດການສຳຄັນສຳລັບ ອາຊຽນ ເທົ່ານັ້ນ ຫາກຍັງມີຄວາມສຳຄັນສຳລັບການຄ້າທົ່ວໂລກອີກດ້ວຍ.

 
ພິທີມອບຮັບບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ (ພາບ:VGP)

 ທີ່ພິທີມອບຮັບບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໃນບົດບາດເປັນປະທານ ອາຊຽນ 2021 ບຣູໄນ ຈະສືບຕໍ່ນຳ ອາຊຽນ ໃຫ້ມີຄວາມພັດທະນາ ແລະ ສາມັກຄີ.

(ແຫຼ່ງຄັດຈາກ VOV)



 

      

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top