ຂ່າວສານ
ກອງປະຊຸມຄວາມໝັ້ນຄົງ Munich: ຫຼັກເກນໃໝ່ສຳລັບການໂອ້ລົມສົນທະນາຂ້າມອັດລັງຕິກ
ກອງປະຊຸມຄວາມໝັ້ນຄົງ Munich (MSC) ປີນີ້ ໄດ້ດຳເນີນແຕ່ວັນທີ 13 – 15 ກຸມພາ ຢູ່ນະຄອນ Munich, ລັດ Bavaria, ພາກໃຕ້ປະເທດເຢຍລະມັນ. ກອງປະຊຸມໄດ້ເຕົ້າໂຮມການນຳໂລກປະມານ 65 ທ່ານ, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz, ພ້ອມດ້ວຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນປະເທດເກືອບ 100 ທ່ານ, ໃນນັ້ນ ມີທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ, ບັນດານາຍພົນການທະຫານຂັ້ນສູງ ແລະ ນັກວາງແຜນກຳນົດຍຸດທະສາດຂັ້ນສູງ.
ຈຸດເວລາບານພັບ
ກ່ອນດຳເນີນກອງປະຊຸມປີນີ້, ວັນທີ 09 ກຸມພາ, ຄະນະຈັດຕັ້ງ MSC ໄດ້ປະກາດບົດລາຍງານຄວາມໝັ້ນຄົງ Munich 2026, ໃນນັ້ນ ໄດ້ເຕື້ອງເຖິງຫຼາຍການຜັນແປ ແລະ ທ່າອ່ຽງທີ່ພົ້ນເດັ່ນຂອງສະພາບແວດລ້ອມຄວາມໝັ້ນຄົງ - ການເມືອງທົ່ວໂລກໃນປັດຈຸບັນ. ບົດລາຍງານກໍໄດ້ໃຫ້ຂໍ້ສັງເກດບາງນະໂນບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີ ອາເມລິກາ ທີ່ພວມສົ່ງຜົນກະທົບຫຼາຍພໍສົມຄວນຕໍ່ລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ. ບົດລາຍງານກໍໃຫ້ຂໍ້ສັງເກດວ່າ ບັນດາວິທີການເຂົ້າເຖິງນະໂຍບາຍທີ່ມີລັກສະນະດັດປັບຢ່າງແຮງຂອງ ອາເມລິກາ ນັ້ນ ອາດຈະປະກອບສ່ວນແກ້ໄຂຈຸດອຸດຕັນຈຳນວນໜຶ່ງ, ແຕ່ວ່າ ກໍອາດຈະຊຸກຍູ້ທ່າອ່ຽງສາຍພົວພັນສາກົນທີ່ເອື່ອຍອີງຜົນປະໂຫຍດ ແລະ ມີລັກສະນະທຸລະກຳຫຼາຍກວ່າ. ນອກຈາກນັ້ນ, ບົດລາຍງານກໍຖືວ່າ ບາງການດັດປັບໃນນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອາເມລິກາ ພວມວາງອອກສິ່ງທ້າທາຍຕໍ່ບັນດາກົນໄກຫຼາຍຝ່າຍ, ນັບແຕ່ດ້ານການຄ້າທົ່ວໂລກຕະຫຼອດຮອດການຊ່ວຍເຫຼືອມະນຸດສະທຳ. ຢູ່ເອີຣົບ, ບັນດາສັນຍານຄວາມໝັ້ນຄົງ ແລະ ລະດັບຄຳໝັ້ນສັນຍາຂອງ ວໍຊິງຕັນ ຕໍ່ກັບ ຢູແກຼນ ກໍແມ່ນເນື້ອໃນທີ່ໄດ້ຮັບຄວາມສົນໃຈປຶກສາຫາລື.
ທ່ານ Wolfgang Ischinger ປະທານ MSC ຖືວ່າ: ໃນສະພາບການປັດຈຸບັນ, ເລື່ອງຄະນະຜູ້ແທນ ອາເມລິກາ, ລວມມີທັງບັນດາເຈົ້າໜ້າທີ່ລັດຖະບານຂັ້ນສູງ, ບັນດາສະມາຊິກລັດຖະສະພາ ແລະ ຜູ້ວ່າການລັດຈຳນວນໜຶ່ງຂອງ ອາເມລິກາ ທີ່ເຂົ້າຮ່ວມກອງປະຊຸມ Munich ແມ່ນສິ່ງທີ່ມີຄວາມສຳຄັນທີ່ສຸດ.
“ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ສາຍພົວພັນຂ້າມອັດລັງຕິກໃນປັດຈຸບັນ ພວມຜ່ານຜ່າວິກິດການຢ່າງໃຫຍ່ຫຼວງກ່ຽວກັບຄວາມເຊື່ອໝັ້ນ ແລະ ລະດັບຄວາມໄວ້ວາງໃຈ. ດັ່ງນັ້ນ, ເລື່ອງຄະນະຜູ້ແທນ ອາເມລິກາ ໃຫ້ຄວາມສົນໃຈເຖິງກອງປະຊຸມຄວາມໝັ້ນຄົງ Munich ແມ່ນສິ່ງທີ່ໜ້າເພິ່ງພໍໃຈທີ່ສຸດ”.
ເມື່ອແບ່ງປັນຂໍ້ສັງເກດກ່ຽວກັບສະພາບການລວມຂອງສາຍພົວພັນສາກົນທີ່ພວມມີການປ່ຽນແປງໂດຍມີລັກສະນະບານພັບນັ້ນ, ທ່ານ Moritz Weiss ນັກວິເຄາະທາງດ້ານການເມືອງ ສັງກັດມະຫາວິທະຍາໄລ Ludwing Maximilian ປະຈຳ Munich (ເຢຍລະມັນ) ຖືວ່າ:
“ຂ້າພະເຈົ້າຄິດວ່າ ສິ່ງທ້າທາຍທຳອິດ ເຊິ່ງບັນດານັກວາງແຜນກຳນົດນະໂຍບາຍພວມປະເຊີນໜ້າໃນປັດຈະບັນ ແມ່ນເລື່ອງນາບຂູ່ ແລະ ນຳໃຊ້ກຳລັງປະກອບອາວຸດອີກຄັ້ງໜຶ່ງກາຍເປັນເຄື່ອງມືນະໂຍບາຍ. ນີ້ແມ່ນສິ່ງທ້າທາຍເພາະວ່າພວກເຮົາໄດ້ຊີນເຄີຍກັບການດຳລົງຊີວິດໃນຍຸກສະໄໝທີ່ບັນດາການປະທະກັນຍາມໃດກໍໃຫ້ບຸລິມະສິດແກ້ໄຂໂດຍສັນຕິວິທີແລ້ວ, ແຕ່ປັດຈຸບັນ ສິ່ງນີ້ໄດ້ມີການປ່ຽນແປງແລ້ວ ເຊິ່ງບັນດາປະເທດ, ພິເສດແມ່ນບັນດາປະເທດ ເອີຣົບ, ຍາກທີ່ຈະປັບຕົວໄດ້”.
ການກະທຳຂອງ ເອີຣົບ
ບັນຍາກາດທີ່ເຄັ່ງຕຶງ ແລະ ບັນດາຄວາມບໍ່ລົງລອຍກັນໃຫຍ່ລະຫວ່າງ ເອີຣົບ ແລະ ອາເມລິກາ ກ່ອນດຳເນີນກອງປະຊຸມ MSC ປີນີ້ ໄດ້ສ້າງຄວາມວິຕົກກັງວົນຕໍ່ເລື່ອງ ບັນດາວາລະປຶກສາຫາລືຢູ່ Munich ໃນທ້າຍອາທິດນີ້ຈະດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ, ກົງໄປກົງມາ ແລະ ເປັນມືອາຊີບໄດ້ຫຼືບໍ? ສຳລັບ ເອີລົບ, ນີ້ແມ່ນຄຳຖາມໃຫຍ່ ເພາະວ່າທະວີບນີ້ຍັງບໍ່ທັນຫຼຸດພົ້ນອອກຈາກ “ຜົນກະທົບກະເທືອນ” ຈາກກອງປະຊຸມ MSC ປີ 2025 ເທື່ອ, ເມື່ອທ່ານຮອງປະທານາທິບໍດີ ອາເມລິກາ J.D Vance ມີບົດກ່າວຄຳເຫັນທີ່ໄດ້ຮັບການຕີລາຄາວ່າ “ສັ່ງສອນ” ເອີຣົບ ກ່ຽວກັບບັນດາຄຸນຄ່າປະຊາທິປະໄຕ ໃນກອງປະຊຸມດັ່ງກ່າວ. ເພື່ອແນໃສ່ຫຼີກລ້ຽງແຜການທີ່ບໍ່ປາດຖະໜານັ້ນ, ຄະນະຈັດຕັ້ງ MSC ເນັ້ນໜັກວ່າ ທຸກວາລະປຶກສາຫາລືຢູ່ກອງປະຊຸມປີນີ້ ລ້ວນແຕ່ຕ້ອງປະສານງານດ້ວຍຫຼັກເກນ Munich, ນັ້ນແມ່ນ: “ຄຳໝັ້ນສັນຍາ ແລະ ສົນທະນານຳກັນ: ຢ່າສັ່ງສອນ ຫຼື ບໍ່ເຄົາລົບກັນ”.
ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການຖືວ່າ ບັນດາປະເທດ ເອີຣົບ ຈະມີຫຼາຍສິ່ງທີ່ຈະຕ້ອງເຮັດກວ່າໃນກອງປະຊຸມ Munich, ຫາກບໍ່ພຽງແຕ່ຢຸດຢູ່ເລື່ອງຊອກຫາການສົນທະນາແບບສະເໝີພາບກັບ ອາເມລິກາ. ທ່ານນາງ Claudia Major, ຮອງປະທານກອງທຶນ Marshall ເຢຍລະມັນ (GMF), ເຊິ່ງແມ່ນອົງການທີ່ຄົ້ນຄວ້າ ແລະ ຊຸກຍູ້ບັນດາການຮ່ວມມືຂ້າມອັດລັງຕິກ, ຖືວ່າ ບັນດາປະເທດ ເອີຣົບ ໄດ້ວາງອອກສອງແງ່ຫວັງໃນກອງປະຊຸມ MSC ປີນີ້. ທີໜຶ່ງແມ່ນ, ຊອກຫາແບບວິທີສົນທະນາກັບ ອາເມລິກາ ຢ່າງເປັນປົກກະຕິເພື່ອສືບຕໍ່ຮັກສາສາຍພົວພັນທີ່ມີລັກສະນະສ້າງສັນ, ຜ່ານນັ້ນ ກໍຫັນປ່ຽນຈາກຮູບແບບປ້ອງກັນຊາດ ເອີຣົບ ໂດຍ ອາເມລິກາ ນຳພາ ໄປສູ່ຮູບແບບ ເອີຣົບ ສວມບົດບາດຫຼັກແຫຼ່ງເປັນເທື່ອລະກ້າວ. ທີສອງ, ນັ້ນແມ່ນເລື່ອງ ເອີຣົບ ລຸກຮື້ຂຶ້ນຢ່າງແທ້ຈິງ, ຢຸດຕິການເອື່ອຍອີງເຂົ້າ ອາເມລິກາ ແລະ ສ້າງທີ່ຕັ້ງບົດບາດທາງພູມີສາດການເມືອງທີ່ໃຫຍ່ກວ່າໃຫ້ແກ່ຕົນເອງ.
ໃນຊຸມວັນຜ່ານມາ, ການນຳເອີລົບຫຼາຍທ່ານໄດ້ສົ່ງສັນຍານຕໍ່ເລື່ອງ ເອີຣົບ ພວມ “ເຕີຍໃຫຍ່” ເປັນຈຳນວນຫຼາຍ. ຫວ່າງມໍ່ໆມານີ້, ທ່ານ Friedrich Merz ນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ກໍເປີດເຜີຍຄຳເນັ້ນໜັກທີ່ວ່າ ເອີຣົບ ຕ້ອງມີຊ່ອງທາງສົນທະນາສະເພາະກັບ ລັດເຊຍ ເພື່ອແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກູນ, ແທນທີ່ຈະລໍຖ້າບັນດາການກະທຳ ແລະ ນະໂຍບາຍທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຈາກ ວໍຊິງຕັນ. ດັ່ງນັ້ນ, ເວລາ 3 ວັນປຶກສາຫາລືຢູ່ທີ່ກອງປະຊຸມ Munich ໃນທ້າຍອາທິດນີ້ ອາດຈະແມ່ນຈຸດເວລາເພື່ອສ້າງຫຼັກເກນສົນທະນາໃໝ່ຂ້າມອັດລັງຕິກ, ຈາກນັ້ນກຳນົດທີ່ຕັ້ງບົດບາດ ແລະ ທິດທາງຂອງ ເອີຣົບ ໃນໄລຍະຈະມາເຖິງຢ່າງຈະແຈ້ງກວ່າ./.








