• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປ​ະ​ຊຸມ COP16 ບໍ່​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ​ກ່ຽວ​ກັບ​ການ​ອຸ​ປະ​ຖຳ​​ປົກ​ປ້ອງ​ສັດ​ປ່າ​ຊະ​ນິດ​ທີ່​ຄວາມ​ສ່ຽງ​ຖືກສູນ​ພັນ

ບັນດາການເຈລະຈາກ່ຽວກັບການອຸປະຖຳໃຫ້ແກ່ຊີວະນາໆພັນ ຖືກຢຸດສະຫງັກລົງ. ຢູ່ກາລີ, ບັນດາຜູ້ເຈລະຈາຖືກແບ່ງແຍກ ລະຫວ່າງກຸ່ມບັນດາປະເທດທຸກຍາກ ແລະ ປະເທດຮັ່ງມີກ່ຽວກັບການເພີ່ມທະວີການອຸປະຖຳ ແລະ ຄຳໝັ້ນສັນຍາຕ່າງໆ.
ກອງປະຊຸມຄັ້ງທີ 16 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບຊີວະນາໆພັນ (COP16) (ພາບ: UN Biodiversity)

ກອງປະຊຸມຄັ້ງທີ 16 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບຊີວະນາໆພັນ (COP16) ຢູ່ນະຄອນກາລີ (ໂກລົມເບຍ) ໄດ້ອັດລົງໃນວັນທີ 2 ພິຈິກເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບວິວັດການເພີ່ມທະວີການອຸປະຖຳໃຫ້ແກ່ບັນດາການເຄື່ອນໄຫວປົກປ້ອງສັດປ່າ ແລະ ພືດຊະນິດຕ່າງໆທີ່ມີຄວາມສ່ຽງຖືກສູນພັນ.

ກອງປະຊຸມ COP16 ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍການຈົດທະບຽນເຂົ້າຮ່ວມຂອງຜູ້ແທນປະມານ 23.000 ທ່ານ. ກອງປະຊຸມເພື່ອແນໃສ່ຕີລາຄາ ແລະ ເພີ່ມທະວີຄວາມຄືບໜ້າໃນການປະຕິບັດສຳເລັດ 23 ເປົ້າໝາຍ ປີ 2030 ທີ່ໄດ້ຍົກອອກມາຢູ່ການາດາກ່ອນນີ້ 2 ປີເພື່ອສະກັດກັ້ນການທຳລາຍທຳມະຊາດ ເຊິ່ງມວນມະນຸດກໍ່ຂຶ້ນ. ບັນດາເປົ້າໝາຍນີ້ລວມມີການປົກປ້ອງ 30% ເນື້ອທີ່ດິນຕໍ່ແຜນ ແລະ ຟື້ນຟູ 30% ລະບົບນິເວດທີ່ຖືກເຊື່ອມທາດຂາດຄຸນ, ມົນລະພິດ ແລະ ລົບລ້າງການໜູນຊ່ວຍທາງດ້ານກະສິ ແລະ ບ້ວງເງິນໜູນຊ່ວຍອື່ນໆທີ່ກໍ່ຜົນຮ້າຍຕໍ່ທຳມະຊາດ.

ເຖິງຢ່າງໃດກໍ່ຕາມ, ບັນດາການເຈລະຈາກ່ຽວກັບການອຸປະຖຳໃຫ້ແກ່ຊີວະນາໆພັນ ຖືກຢຸດສະຫງັກລົງ. ຢູ່ກາລີ, ບັນດາຜູ້ເຈລະຈາຖືກແບ່ງແຍກ ລະຫວ່າງກຸ່ມບັນດາປະເທດທຸກຍາກ ແລະ ປະເທດຮັ່ງມີກ່ຽວກັບການເພີ່ມທະວີການອຸປະຖຳ ແລະ ຄຳໝັ້ນສັນຍາຕ່າງໆ. ປະທານ COP16 ໄດ້ຍົກອອກຂໍ້ສະເໜີສ້າງກອງທຶນຊີວະນາໆພັນສະເພາະ ແຕ່ຖືກສະຫະພາບເອີລົບ (EU),ສະວິດ ແລະ ຍີ່ປຸ່ນປະຕິເສດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top