• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່ສະຫຼຸບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ ​ສະ​ໄໝ​ທີ 12 ຂອງ ພັກ

ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດກອງປະຊຸມໃຫຍ່ທາງອອນລາຍທົ່ວປະເທດ ສະຫຼຸບວຽກງານຂົນຂວາຍປະຊາຊົນ ສະໄໝທີ 12 ຂອງ ພັກ, ສະຫຼຸບວຽກງານຂົນຂວາຍປະຊາຊົນປີ 2020 ແລະ ຜັນຂະຫຍາຍໜ້າທີ່ ປີ 2021.

ກອງປະຊຸມໃຫຍ່ທາງອອນລາຍທົ່ວປະເທດ ສະຫຼຸບວຽກງານຂົນຂວາຍປະຊາຊົນ ສະໄໝທີ 12 ຂອງ ພັກ, ສະຫຼຸບວຽກງານຂົນຂວາຍປະຊາຊົນປີ 2020 ແລະ ຜັນຂະຫຍາຍໜ້າທີ່ ປີ 2021 (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນກ໊ວກເວື້ອງ, ຜູ້ປະຈຳການຄະນະເລຂາຢັ້ງຢືນວ່າ ໝາກຜົນສຳຄັນໃນວຽກງານຂົນຂວາຍປະຊາຊົນໄດ້ປະກອບສ່ວນເພີ່ມທະວີການພົວພັນຢ່າງແໜ້ນແຟ້ນລະຫ່ວາງພັກ, ລັດ, ປະຊາຊົນ, ປັບປຸງຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນທັງຊາດ, ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດຕື່ມອີກ. ທ່ານ ເນັ້ນໜັກວ່າ:

ຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານຂົນຂວາຍປະຊາຊົນຂອງອົງການລັດ,ໂດຍສະເພາະ ແມ່ນວຽກງານຂົນຂວາຍອຳນາດການປົກຄອງ, ຍ້ອນວ່າ ນີ້ແມ່ນບ່ອນຕັດສິນ ແລະ ກໍ່ແມ່ນບ່ອນຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ. ພະນັກງານ ຕ້ອງ “ເຊື່ອໝັ້ນປະຊາຊົນ, ເຄົາລົບປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນນຳປະຊາຊົນ, ອີງໃສ່ປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນຢ່າງແທ້ຈິງ. ເສີມຂະຫຍາຍບົດບາດເປັນແບບຢ່າງໃນການດຳລົງຊີວິດ, ໂດຍສະເພາະແມ່ນພະນັກງານຄຸ້ມຄອງ.”

(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top