• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໂຄ​ສະ​ນາ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ​ທາງ​ບົກ ປີ 2022

ວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງ “ກອງປະຊຸມໂຄສະນາກ່ຽວກັບວຽກງານຊາຍແດນທາງບົກ ປີ 2022” ແບບເຊິ່ງໜ້າ ແລະ ທາງໄກ, ໂດຍມີການເຊື່ອມຕໍ່ກັບ 915 ສະຖານທີ່.
  ກອງປະຊຸມໂຄສະນາກ່ຽວກັບວຽກງານຊາຍແດນທາງບົກ ປີ 2022 (ພາບ: Anh Son)  

 ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສະເໜີເນື້ອໃນຈຸດສຸມ ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງກົນໄກ, ຮູບການຮ່ວມມືໃນປັດຈຸບັນຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນວຽກງານໂຄສະນາຊາຍແດນທາງບົກ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ; ແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ກ່ຽວກັບຊາຍແດນ ລະຫວ່າງ ຫວຽດນາມ ຕິດກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ທັນການ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຫາຍບິ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ສະເໜີວ່າ ໃນສະພາບການສາກົນ ແລະ ພາກພື້ນ ພວມຜັນແປຢ່າງສັບສົນໃນປັດຈຸບັນ ຄວນສຸມໃສ່ປະຕິບັດທັດສະນະຂອງພັກ ແລະ ລັດ ກ່ຽວກັບວຽກງານຊາຍແດນຜືນແຜ່ນດິນຂອງຊາດໃຫ້ເປັນຢ່າງດີ; ຍູ້ແຮງການເຄື່ອນໄຫວສື່ສານ, ຖະແຫຼງຂ່າວໃຫ້ຕ່າງປະເທດ, ໃນນັ້ນ ມີວຽກງານຖະແຫຼງຂ່າວດ້ວຍພາສາ ຈີນ, ລາວ, ຂະແມ, ອັງກິດ ແລະ ພາສາຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນທາງບົກ. ບັນດາທ້ອງຖິ່ນທີ່ມີຊາຍແດນສົມທົບກັບອຳນາດການປົກຄອງທ້ອງຖິ່ນຂອງ 3 ປະເທດບ້ານໃກ້ເຮືອນຄຽງ ຈີນ, ລາວ, ກຳປູເຈຍ ໃຫ້ແໜ້ນແຟ້ນ, ຍົກສູງກຳລັງຄວາມສາມາດໃນວຽກງານຄຸ້ມຄອງຊາຍແດນ ຕາມເອກະສານທີ່ໄດ້ລົງນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top