• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ເຈ​ລະ​ຈາ Shangri La: ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽ​ນ ພົບ​ປະ​ກ​ັບ ຜູ້​ອຳ​ນວຍ​ການ​ໃຫຍ່ IISS

ຕອນເຊົ້າວັນທີ 1 ມິຖຸນາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານ ປ.ອ Bastian Giegerich ຜູ້ອຳນວຍການໃຫຍ່ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນຄົ້ນຄ້ວາ ຍຸດທະສາດສາກົນ IISS.
ທ່ານພົນໂທ ຮ່ວາງຊວັນຈຽນ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຈລະຈາ Shangri La

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງຄວາມໝັ້ນຄົງ ຢູ່ອາຊີ (ກອງປະຊຸມເຈລະຈາ Shangri La) ປະຈຳປີຄັ້ງທີ 21 ທີ່ພວມດຳເນີນຢູ່ ສິງກະໂປ, ຕອນເຊົ້າວັນທີ 1 ມິຖຸນາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານ ປ.ອ Bastian Giegerich ຜູ້ອຳນວຍການໃຫຍ່ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນຄົ້ນຄ້ວາ ຍຸດທະສາດສາກົນ  IISS, ເຊິ່ງແມ່ນອົງການຈັດຕັ້ງກອງປະຊຸມ. ທີ່ການພົບປະ, ທ່ານຮອງລັດຖະມົນຕີ ຮ່ວາງຊວັນຈຽນ ໄດ້ສະເໜີສະຖາບັນຄົ້ນຄ້ວາຍຸດທະສາດສາກົນ ພາກພື້ນ ອາຊີ ເພີ່ມທະວີການຮ່ວມມືຄົ້ນຄ້ວາ, ແລກປ່ຽນຄວາມຮູ້ກັບບັນດາອົງການຄົ້ນຄ້ວາຂອງ ຫວຽດນາມ, ໃນນັ້ນມີ ສະຖາບັນຍຸດທະສາດການປ້ອງກັນຊາດ. ທ່ານ ຜູ້ອຳວຍການໃຫຍ່ IISS ໄດ້ສະເໜີສອງຝ່າຍປຶກສາຫາລືຢ່າງລະອຽດ ເພື່ອກຳນົດບັນດາເນື້ອໃນຮ່ວມມືນີ້ໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 31 ພຶດສະພາ ແລະ ຕອນເຊົ້າວັນທີ 1 ກໍລະກົດ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ມີການພົບປະກັບບັນດາການນຳປ້ອງກັນຊາດບັນດາປະເທດ ແລະ ບັນດາຄູ່ຮ່ວມມືເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທ່ານປະທານາທິບໍດີ ບຣາຊິນ ແມ່ນປະມຸກລັດຕ່າງປະເທດ ທຳອິດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2025. ນີ້ກໍ່ແມ່ນຄັ້ງທີສອງ ທ່ານປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມໃນຖານະປະມຸກລັດ ບຣາຊີນ ພາຍຫລັງຄັ້ງທຳອິດໃນປີ 2008.

Top