• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສົ່ງ​ເສີມ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ກຸ່ມ​ຮ່ວມ​ມື 8 ແຂວງ “​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ເປີດກວ້າງ”

ວັນທີ 9 ເມສາ, ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວກຸ່ມຮ່ວມມື 8 ແຂວງ “ເຂດທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ເປີດກວ້າງ” ໄດ້ຈັດຂຶ້ນຢູ່ນະຄອນ ເກີ່ນເທີ ໂດຍນອນໃນຂອບເຂດ “ສັບປະດາທ່ອງທ່ຽວວັດທະນະທຳເຂດທາງທິດຕາເວັນຕົກສ່ຽງເໜືອ ປີ 2023” ເຊິ່ງຈັດຂຶ້ນແຕ່ວັນທີ 8 – 11 ເມສາ ຢູ່ນະຄອນ ເກີ່ນເທີ.
  “ສັບປະດາທ່ອງທ່ຽວວັດທະນະທຳເຂດທາງທິດຕາເວັນຕົກສ່ຽງເໜືອ ປີ 2023” ຈັດຂຶ້ນແຕ່ວັນທີ 8 – 11 ເມສາ ຢູ່ນະຄອນ ເກີ່ນເທີ  

ຢູ່ກອງປະຊຸມ, ຜູ້ຕາງໜ້າ 8 ແຂວງ “ເຂດທາງທິດຕາເວັນຕົກສ່ຽງເໜືອ”, ລວມມີ: ຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລາວກາຍ, ອຽນບ໊າຍ, ຮ່າຢາງ ແລະ ຝູເທາະ ໄດ້ແນະນຳກ່ຽວກັບທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ; ອາຫານພື້ນບ້ານຂອງບັນດາເຜົ່າ; ຄຸນຄ່າວັດທະນະທຳ, ປະຫວັດສາດຕິດພັນກັບຂະບວນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. 8 ແຂວງ ມີຄວາມປາດຖະໜາວ່າ ຈະເຊື່ອມຕໍ່ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ເປັນຢ່າງດີ, ສ້າງລະບົບລາຍການທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ. ທ່ານ ຮ່າວັນຖັງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍ, ຜູ້ຕາງໜ້າກຸ່ມ ຮ່ວມມື 8 ແຂວງ “ເຂດທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ເປີດກວ້າງ” ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ມີຫຼາຍເງື່ອນໄຂທີ່ສາມາດເຊື່ອມຕໍ່ກັນໄດ້, ບໍ່ພຽງແຕ່ສະເພາະຂະແໜງທ່ອງທ່ຽວເທົ່ານັ້ນ ຫາກຍັງມີທັງຂະແໜງວັດທະນະທຳ, ຂະແໜງອຸດສາຫະກຳອີກດ້ວຍ. ພວກຂ້າພະເຈົ້າເຫັນວ່າ ນີ້ແມ່ນ 3 ພາກສ່ວນສຳຄັນສາມາດຜູກພັນນຳກັນໄດ້”.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ເປີດເຂດວາງສະແດງສົ່ງເສີມ ແລະ ໂຄສະນາຮູບພາບ, ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງ 8 ແຂວງດັ່ງກ່າວ ແລະ ຂອງ ນະຄອນ ໂຮ່ຈີມິນ, ນະຄອນ ເກີ່ນເທີ ນຳອີກ.

 

(ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top