• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ Cairo ບໍ່​ສາ​ມາດຍົກ​ອອກ​ຖະ​ແຫຼງ​ການ​ຮ່ວມ​ໄດ້; ສ​ປ​ຊ ມາ​ນະ​ພະ​ຍາ​ຍາມ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ໄປ​ຍັງ​ເຂດ Gaza

ຄວາມແຕກຕ່າງກັນກ່ຽວກັບທັດສະນະລະຫວ່າງບັນດາຄະນະຜູ້ແທນ ອາຣັບ ກັບ ເອີຣົບ ໄດ້ກີດຂວາງວິວັດທະນາການອອກຖະແຫຼງການຮ່ວມຂອງກອງປະຊຸມ.
ບັນດາການນໍາຖ່າຍຮູບລວມໃນກອງປະຊຸມສຸດຍອດສັນຕິພາບ Cairo, ຢູ່ ອີຢິບ (ພາບ: TTXVN)

ໃນກອງປະຊຸມສຸດຍອດ ສັນຕິພາບ Cairo, ໂດຍ ອີຢິບ ເປັນເຈົ້າພາບຈັດຂຶ້ນ ໃນວັນທີ 21 ຕຸລາ, ເພື່ອແນໃສ່ປຶກສາຫາລືກ່ຽວກັບແບບວິທີຫຼຸດຜ່ອນຄວາມເຄັ່ງຕຶງໃນການປະທະກັນລະຫວ່າງຂະບວນ Hamas ແລະ ອິດສະຣາແອັນ ກໍຄື ສະກັດກັ້ນຄວາມສ່ຽງການປະທະກັນແຜ່ລາມອອກສູ່ທົ່ວພາກພື້ນ, ການນຳບັນດາປະເທດບໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບ “ລະດັບການກ່າວປະນາມ” ແລະ ຄຳຮຽກຮ້ອງຢຸດຍິງ.

ຄວາມແຕກຕ່າງກັນກ່ຽວກັບທັດສະນະລະຫວ່າງບັນດາຄະນະຜູ້ແທນ ອາຣັບ ກັບ ເອີຣົບ ໄດ້ກີດຂວາງວິວັດທະນາການອອກຖະແຫຼງການຮ່ວມຂອງກອງປະຊຸມ. ບັນດາແຫຼ່ງຂ່າວໃນພາກພື້ນ ໄດ້ຊີ້ໃຫ້ເຫັນວ່າ ຖະແຫຼງການຮ່ວມຍັງບໍ່ໄດ້ຍົກອອກມາ ຍ້ອນການນຳບັນດາປະເທດເອີຣົບ ຮຽກຮ້ອງກ່າວປະນາມກຳລັງ Hamas ແລະ ຮອງຮັບ “ສິດປ້ອງກັນຕົວ” ຂອງ ອິດສະຣາແອັນ.

 

(ແຫຼ່ງຄັດຈາກ VOV)

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນຢູ່ ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.

Top