ສັບປະດາສຸດຍອດ APEC ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ຕຸລາ ຢູ່ Gyeongju, ສ.ເກົາຫຼີ ດ້ວຍກອງປະຊຸມສະຫຼຸບບັນດາເຈົ້າໜ້າທີ່ອາວຸໂສ (CSOM). ເຫດການສືບຕໍ່ຈາກກອງປະຊຸມລັດຖະມົນຕີ APEC (AMM) ແລະ ພິເສດແມ່ນກອງປະຊຸມບັນດາການນຳເສດຖະກິດ APEC - ເຫດການຫຼັກຂອງສັບປະດາ ທີ່ໄດ້ດຳເນີນແຕ່ວັນທີ 31 ຕຸລາ ຫາວັນທີ 1 ພະຈິກ.
ບັນດາການພົບປະສຳຄັນ
ສັບປະດາດສຸດຍອດ APEC ປີນີ້ໄດ້ດຳເນີນໃນສະພາບການພິເສດ. ນີ້ແມ່ນກອງປະຊຸມສຸດຍອດທຳອິດຂອງການນຳ 21 ພື້ນຖານເສດຖະກິດ APEC ນັບແຕ່ເວລາທ່ານ Donald Trump ກັບຄືນດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ອາຍຸການທີສອງ ເມື່ອຕົ້ນປີນີ້ ແລະ ຍົກອອກບັນດານະໂຍບາຍພາສີອາກອນທີ່ມີຜົນກະທົບຢ່າງແຮງຕໍ່ຄວາມເປັນລະປຽບຮຽບຮ້ອຍທາງການຄ້າທົ່ວໂລກ. ນີ້ກໍ່ເປັນຄັ້ງທຳອິດ, ທ່ານ Donald Trump ຄາດວ່າຈະພົບປະແບບເຊິ່ງໜ້າກັບທ່ານ ປະທານປະເທດ ຈີນ ສີຈິ້ນຜິງ ນັບແຕ່ເວລາກັບມາທຳນຽບຂ່າວ, ພ້ອມທັງ ກໍ່ເປັນຄັ້ງທຳອິດ, ທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່ ພົບປະແບບເຊິ່ງໜ້າກັບບັນດາຄູ່ຮ່ວມມືດ້ານເສດຖະກິດໃຫຍ່ຂອງ ຍີ່ປຸ່ນ, ພິເສດແມ່ນຈີນ ແລະ ສ.ເກົາຫຼີ.
ໂດຍກຳເນີດຈາກແນວຄວາມຄິດສ້າງບັນດາມາດຖານລວມເພື່ອເຊື່ອມຕໍ່ບັນດາພື້ນຖານເສດຖະກິດຢູ່ແລວປາຊີຟິກ ອາຊີ ແລະ ທະວີບອາເມລິກາ, ໃນກ່ວາ 2 ທົດສະວັດຜ່ານມາ, APEC ໄດ້ສວມບົດບາດສຳຄັນໃນການສ້າງພື້ນຖານການສ້າງບັນດາສັນຍາການຄ້າເສລີສະບັບອື່ນໆ. ກ່ຽວກັບແງ່ມູນດ້ານພູມີສາດການເມືອງ APEC ກໍ່ກາຍເປັນເວທີປາໄສສຳຄັນໃຫ້ແກ່ການສົນທະນາຂັ້ນສູງລະຫວ່າງບັນດາປະເທດທີ່ມີຄວາມບໍ່ລົງລອຍກັນ ໃນການພົວພັນສອງຝ່າຍ. ບົດບາດນີ້ຂອງ APEC ຍິ່ງມີຄວາມສຳຄັນພິເສດໃນສະພາບການການຄ້າທົ່ວໂລກຂາດສະຖຽນລະພາບໃນປັດຈຸບັນ, ເມື່ອທົ່ວໂລກລ້ວນແຕ່ລໍຄອຍຂໍ້ຕົກລົງທາງການຄ້າ (ຫຼືຢ່າງນ້ອຍສຸດແມ່ນກອບສັນຍາສະບັບ 1 ທີ່ມີຄວາມເຫັນດີເຫັນພ້ອມ) ລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກແມ່ນ ອາເມລິກາ ແລະ ຈີນ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງທາງການຄ້າທົ່ວໂລກ. ທ່ານ Stephen Nagy, ສາດສະດາຈານການເມືອງ ແລະ ຄົ້ນຄ້ວາສາກົນ ຢູ່ມະຫາວິທະຍາໄລ ຄຼິດສະຕຽນ ນານາຊາດ(ICU), ຢູ່ ຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ:
ບັນດາສະມາຊິກ APEC ຈະດີໃຈຫຼາຍ ຖ້າວ່າທ່ານປະທານປະເທດ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ Donald Trump ອາດສາມາດມີການພົບປະສອງຝ່າຍ. ເລື່ອງເຂົາເຈົ້າມີການປຶກສາຫາລືືືທາງການຄ້າ ຫຼືບໍ່ແມ່ນ ເລື່ອງອື່ນ, ສິ່ງທີ່ທຸກຄົນປາດຖະໜາແມ່ນ ການພົວພັນ ອາເມລິກາ - ຈີນເປັນປົກກະຕິ. ເຂົາເຈົ້າຢາກເຫັນວ່າ ອາເມລິກາ ແລະ ຈີນ ແລກປ່ຽນນຳກັນຫຼາຍກ່ວາອີກ ເພື່ອຊອກຫາວິທີການກັບຄືນສູ່ກົນໄກໂອ້ລົມສົນທະນາຍຸດທະສາດກ່ຽວກັບຄວາມໝັ້ນຄົງ ແລະ ເສດຖະກິດ ເຊິ່ງກຳນົດການພົວພັນ ອາເມລິກາ - ຈີນ ກ່ອນເວລາອຳນາດການປົກຄອງ Trump ຢຸດຕິມັນ ໃນອາຍຸການທຳອິດ.
ໄປຄຽງຄູ່ກັບການພົບປະຂັ້ນສຸດຍອດ ອາເມລິກາ - ຈີນ, ການພົບປະເທດບາງຄັ້ງອື່ນກໍ່ດຶງດູດຄວາມສົນໃຈ. ໃນນັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ຮັບຖືວ່າຈະມານະພະຍາຍາມປະຕິບັດສຳເລັດຂໍ້ຕົກລົງທາງການຄ້າ ອາເມລິກາ - ສ.ເກົາຫຼີ ໃນການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump; ຄາດວ່າພາຍຫຼັງກອງປະຊຸມສຳມະນາສອງຝ່າຍກັບທ່ານປະທານປະເທດຈີນ ສິຈິ້ນຜິງ ເຊິ່ງການນຳຈີນມີການຢ້ຽມຢາມສ.ເກົາຫຼີເປັນຄັ້ງທຳອິດພາຍຫຼັງ 11 ປີ ຄາດວ່າກໍ່ຈະມີການພົບປະກັບທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຄົນໃໝ່ຂອງ ຍີ່ປຸ່ນ.
ເຮັດໃໝ່ບົດບາດໜ້າທີ່ຂອງ APEC
ບັນດາບັນຫາກ່ຽວກັບນະໂຍບາຍການຄ້າຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນການພົບປະຂັ້ນສຸດຍອດ ລະຫວ່າງ ອາເມລິກາ - ຈີນ ແມ່ນຈຸດສຸມຂອງບັນດາການເຄື່ອນໄຫວທາງການທູດໃນສັບປະດານີ້ຢູ່ ແຂວງ Gyeongju. ເຖິງຢ່າງໃດກໍຕາມ, ສັບປະດາສຸດຍອດ APEC ປີນີ້ຍັງມີຫຼາຍການເຄື່ອນໄຫວອື່ນໆທີ່ເປັນໜ້າສົນໃຈ. ຢູ່ກອງປະຊຸມລັດຖະມົນຕີ APEC (AMM) (29 – 30/10), ບັນດາລັດຖະມົນຕີການຕ່າງປະເທດ ແລະ ການຄ້າຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ກໍ່ຈະປຶກສາຫາລືບັນດາສິ່ງທ້າທາຍໃນພາກພື້ນ ແລະ ມາດຕະການຊຸກຍູ້ວັດທະນາຖາວອນລວມ ຜ່ານການຮ່ວມມືດີຈີຕອນ, ພ້ອມທັງຊອກຫາການເພີ່ມທະວີລະບົບສະໜອງ ແລະ ເປີດກວ້າງການຄ້າ. ຖັດຈາກນັ້ນ, ກອງປະຊຸມບັນດາການນຳເສດຖະກິດ APEC - ເຫດການຫລັກຂອງສັບປະດາ ອາດຈະຮັບຮອງ “ຖະແຫຼງການ Gyeongju” ໃນສະພາບການບັນດາສິ່ງທ້າທາຍນັບມື້ນັບໃຫຍ່ຂຶ້ນສຳລັບຄວາມເສລີທາງການຄ້າ ແລະ ລັດທິຫຼາຍຝ່າຍ.
ຕາມທ່ານ John Delury, ນັກຊ່ຽວຊານກ່ຽວກັບການພົວພັນ ອາເມລິກາ - ຈີນ ແລະ ບັນດາບັນຫາຢູ່ແຫຼມເກົາຫຼີ ຢູ່ສະຖາບັນ (ອາເມລິກາ) ແລ້ວ, APEC ພວມຢູ່ໃນໜຶ່ງໃນບັນດາຈຸດເວລາບາດລ້ຽວສຳຄັນທີ່ສຸດສຳລັບເວທີປາໄສນີ້ ນັບແຕ່ເວລາໄດ້ສ້າງຕັ້ງຂຶ້ນເມື່ອປີ 1989, ເຊິ່ງສາຍເຫດເລີ່ມຈາກບັນດາການປ່ຽນແປງໃນນະໂຍບາຍຂອງອາເມລິກາ ສຳລັບລັດທິຫຼາຍຝ່າຍ. ທ່ານໃຫ້ຮູ້ວ່າ:
ຍ້ອນອຳນາດການປົກຄອງຂອງທ່ານ Trump ພວມມີການກະທຳຢ່າງແທ້ຈິງທີ່ກ່ຽວຂ້ອງເຖິງ ເລື່ອງຖອນ ອາເມລິກາ ອອກຈາກບັນດາເວທີປາໄສຄື APEC ດັ່ງນັ້ນ ກອງປະຊຸມຄັ້ງນີ້ຍິ່ງເຮັດໃຫ້ລະດັບຄວາມສຳຄັນຂອງຄວາມມານະພະຍາຍາມ ເຕົ້າໂຮມບັນດາການນຳຢູ່ອ້ອມແອ້ມພາກພື້ນອາຊີ ປາຊີຟິກ ພົ້ນເດັ່ນຂຶ້ນ ເພື່ອສຸມໃສ່ບັນດາໂຄງການດຳເນີນງານເກົ່າ ຄືຫັນເສດຖະກິດເປັນໂລກະພິວັດ ຫຼື ຄວາມເສລີທາງການຄ້າ, ໝາຍຄວາມວ່າບັນດາຫົວຂໍ້ທີ່ມີແຕ່ດົນນານຂອງ APEC.
ການເຄື່ອນໄຫວອື່ນໆກໍ່ໄດ້ຮັບຄວາມສົນໃຈຢູ່ Gyeongju ໃນສັບປະດາຄັ້ງນີ້ແມ່ນກອງປະຊຸມສຸດຍອດ ວິສາຫະກິດ APEC (APEC CEO Summit), ທີ່ໄດ້ດຳເນີນແຕ່ວັນທີ 29 – 31 ຕຸລາ ໂດຍມີການເຂົ້າຮ່ວມຂອງບັນດາການນຳວິສາຫະກິດແຖວໜ້າໂລກ, ໃນນັ້ນມີທ່ານ Jensen Huang ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດເຕັກໂນໂຢລີ ຊີບ Nvidia.








