• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 11 ລະ​ຫວ່າງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ແລະ ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ວັນທີ 28 ພະຈິກ, ຢູ່ແຂວງຫຼວງພະບາງ, ທາງພາກເໜືອ ລາວ, ໄດ້ດຳເນີນກອງປະຊຸມສຳມະນາທິດສະດີຄັ້ງທີ 11 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ “ພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ - ປະສົບການຂອງ ຫວຽດນາມ ແລະ ລາວ”.
ກອງປະຊຸມສຳມະນາທິດສະດີຄັ້ງທີ 11 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກ ປະຊາຊົນປະຕິວັດ ລາວ (ພາບ: Xuân Tú/TTXVN)

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ປະຕິບັດຂໍ້ຕົກລົງລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ກ່ຽວກັບການຮ່ວມມືຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ. ຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຊັວນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ເປັນຫົວໜ້າຄະນະ; ຄະນະຜູ້ແທນພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ.

ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ໄຈ້ແຍກບັນດາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຜ່ານນັ້ນ ໄດ້ຊີ້ແຈ້ງບາງບັນຫາ ເຊິ່ງສອງຝ່າຍມີຄວາມສົນໃຈ. ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບນຳກັນວ່າ, ການສ້າງ ແລະ ພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນສິ່ງທີ່ມີຄວາມຈຳເປັນທີ່ສຸດສຳລັບແຕ່ລະປະເທດ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ. ສອງຝ່າຍຈະສືບຕໍ່ຄົ້ນຄວ້າ, ແລກປ່ຽນຢ່າງກົງໄປກົງມາ, ມີປະສິດທິຜົນນັບທັງທິດສະດີ ແລະ ການສະຫຼຸບພຶດຕິກຳຕົວຈິງກ່ຽວກັບບັນດາບັນຫາທີ່ໄດ້ວາງອອກເພື່ອເສີມຂະຫຍາຍປະສິດທິຜົນຂອງກອງປະຊຸມສຳມະນາຄັ້ງນີ້.

ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ຫຼວງພະບາງ, ທ່ານ ຫງວຽນຊວັນຖັງ ກໍ່ໄດ້ໃຫ້ການຕ້ອນຮັບການນຳແຂວງ ຫຼວງພະບາງ.

(ແຫຼ່ງຄັດຈາກ VOV)

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ຕາມ​ບົດ​ລາຍ​ງານຫຼ້າ​ສຸດ​ຂອງ​ສະ​ພາ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ, ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ກາຍ​ເປັນ​ຕະຫຼາດ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ ໃຫຍ່​ອັນ​ດັບ​ທີ 5 ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ 2031 – 2035.

Top