• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສາ​ກົ​ນ​ຂະ​ແໜງ​ໝາກ​ພິກ​ໄທ ແລະ ເຄື່ອງ​ເທດ ຫວຽດ​ນາມ

ກອງປະຊຸມສາກົນ VIPO 2024 ຈັດຂຶ້ນແຕ່ວັນທີ 8-10 ມີນາ ລວມມີຫຼາຍເນື້ອໃນປຶກສາຫາລື, ແບ່ງປັນ ກ່ຽວຂ້ອງເຖິງຂັ້ນຕອນການພັດທະນາ ຂອງຂະແໜງເຄື່ອງເທດ ຫວຽດນາມ...
(ພາບ: TTXVN)

ວັນທີ 8 ມີນາ, ຢູ່ ຮ່າໂນ້ຍ, ສະຫະສະມາຄົມ ໝາກພິກໄທ ແລະ ຕົ້ນພັກຫອມຫວຽດນາມ ໄດ້ຈັດກອງປະຊຸມສາກົນຂະແໜງໝາກພິກໄທ ແລະ ເຄື່ອງເທດ ຫວຽດນາມ- VIPO 2024  ຫ້ວຍຫົວເລື່ອງ “ຂະແໜງເຄື່ອງເທດ ຫວຽດນາມ-ຄວາມຍືນຍົງຮອບດ້ານ”.

ນີ້ແມ່ນຄັ້ງທີ 4 ທີ່ສະຫະສະມາຄົມໝາກພິກໄທ ແລະ ຕົ້ນພັກຫອມ ຫວຽດນາມ ຈັດ ກອງປະຊຸມສາກົນຂະແໜງໝາກພິກໄທ ແລະ ເຄື່ອງເທດ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການສົ່ງອອກເຄື່ອງເທດປະເພດຕ່າງໆຂອງ ຫວຽດນາມ, ເພີ່ມທະວີການເຊື່ອມຕໍ່ກັບຕະຫຼາດ, ວິສາຫະກິດສົ່ງອອກພາຍໃນປະເທດ ກັບລູກຄ້າຕ່າງປະເທດ, ພິເສດແມ່ນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຄື: ເອີລົບ, ອາເມລິກາ, ເຂດຕາເວັນອອກກາງ, ຈີນ, ອິນເດຍ…

ກອງປະຊຸມສາກົນ VIPO 2024  ຈັດຂຶ້ນແຕ່ວັນທີ  8-10 ມີນາ ລວມມີຫຼາຍເນື້ອໃນປຶກສາຫາລື, ແບ່ງປັນ ກ່ຽວຂ້ອງເຖິງຂັ້ນຕອນການພັດທະນາ ຂອງຂະແໜງເຄື່ອງເທດ ຫວຽດນາມ, ບັນດາການປ່ຽນແປງໃນຂໍ້ກຳນົດຢູ່ ອາເມລິກາ, ອີຢູ… ແລະ ເຂົ້າຢ້ຽມຊົມ, ສຳຫຼວດສວນແຄ່ ຢູ່ ວັນອຽນ, ອຽນບາຍ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top