• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV: ສິ້ນ​ສຸດ​ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ

ພາຍຫຼັງເຮັດວຽກເປັນເວລາ 2 ວັນ, ຕອນບ່າຍວັນທີ 12 ພະຈິກ, ສະພາແຫ່ງຊາດໄດ້ປະຕິບັດສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສຳລັບ 3 ກຸ່ມບັນຫາຊຶ່ງເປັນຄວາມຮັບຜິດຊອບຫຼັກໆຂອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ, ລັດຖະມົນຕີກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ວາລະປະຊຸມ

ໃນວາລະຊັກຖາມ ແລະ ຕອບຄຳຊັກຖາມ, ມີສະມາຊິກສະພາແຫ່ງຊາດ 136 ເທື່ອຄົນ ໄດ້ຊັກຖາມ ແລະ  18 ເທື່ອຄົນໂຕ້ວາທີ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

        “ບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກອອກຫຼາຍບັນຫາຢ່າງກົງໄປກົງມາ ດ້ວຍຄວາມປາດຖະໜາ ໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການສືບຕໍ່ມີມາດຕະການຢ່າງທັນການ, ມີປະສິດທິຜົນກວ່າ. ບັນດາລັດຖະມົນຕີ, ຫົວໜ້າຂະແໜງການ ໄດ້ສະແດງໃຫ້ເຫັນມີຄວາມຮັບຜິດຊອບສູງ, ຕອບບັນດາບັນຫາຍາກ, ສັບສົນໄດ້ຢ່າງຈະແຈ້ງ, ກົງໄປກົງມາ, ບໍ່ຫຼີກລ່ຽງ, ອະພິປາຍເຮັດແຈ້ງຫຼາຍບັນຫາເຊິ່ງສະມາຊິກສະພາແຫ່ງຊາດໄດ້ຍົກອອກມາ; ພ້ອມດຽວກັນນັ້ນ ກໍວາງອອກຫຼາຍມາດຕະການແກ້ໄຂຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ. ຄະນະປະຈຳສະພາແຫ່ງຊາດຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງກະກຽມຮ່າງມະຕິຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາໃນວາລະປິດກອງປະຊຸມນີ້”.

        ກ່ອນທີ່ຈະສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອະພິປາຍເຮັດແຈ້ງບັນດາຄຳຖາມຂອງສະມາຊິກສະພາແຫ່ງຊາດ.  

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top