• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ຕຸ​ລາ

ວາລະກະກຽມ ແລະ ທາງການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄດ້ຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ.

 

ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທີ່ດຳເນີນໃນຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເລກວາງແມ້ງ, ຮອງປະທານຄະນະປະຈຳ ຫ້ອງວ່າການສະພາແຫ່ງຊາດ.

        ທ່ານ ເລກວາງແມ້ງ ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ມີຄວາມໝາຍສຳຄັນ. ສະພາແຫ່ງຊາດຫາກໍດຳເນີນບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນ; ພ້ອມທັງ, ປະຕິບັດວຽກງານສະຫຼຸບອາຍຸການຊຸດທີ XV. ນີ້ແມ່ນກອງປະຊຸມທີ່ມີຫຼາຍເນື້ອໃນສຳຄັນ. ໃນນັ້ນ, ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນ 66 ເນື້ອໃນ, ກຸ່ມເນື້ອໃນ, ລວມມີ: ຮ່າງກົດໝາຍ 49 ສະບັບ, ມະຕິ 4 ສະບັບ ນອນໃນວຽກງານນິຕິບັນຍັດ; 13 ເນື້ອໃນກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top