• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ມັງ​ກອນ 2023

ທີ່ກອງປະຊຸມ, ສະພາແຫ່ງຊາດຈະປະກອບຄຳເຫັນຕົກລົງບາງເນື້ອໃນສຳຄັນຄື: ພິຈາລະນາ, ຕັດສິນການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050…
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: hcmcpv.org.vn)  

ເພື່ອເປັນການສືບຕໍ່ລາຍການກອງປະຊຸມຄັ້ງທີ 18, ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳຫຼວດກວດຄືນວຽກງານກະກຽມ ແລະ ປະກອບຄຳເຫັນໃສ່ເນື້ອໃນ, ລາຍການກອງປະຊຸມວິສາມັນຄັ້ງທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ຕາມນັ້ນແລ້ວ, ຄາດວ່າ, ກອງປະຊຸມວິສາມັນຄັ້ງທີ 2 ຂອງ ສະພາແຫ່ງຊາດຈະໄຂຂຶ້ນໃນວັນທີ 5 ມັງກອນ ແລະ ອັດລົງໃນວັນທີ 9 ມັງກອນ 2023.

ທີ່ກອງປະຊຸມ, ສະພາແຫ່ງຊາດຈະປະກອບຄຳເຫັນຕົກລົງບາງເນື້ອໃນສຳຄັນຄື: ພິຈາລະນາ, ຕັດສິນການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050… ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຖືວ່າ:

ການວາງແຜນຜັງສັງລວມແຫ່ງຊາດ ແມ່ນວຽກງານທີ່ມີຄວາມສຳຄັນທີ່ສຸດເຊິ່ງພວກເຮົາຈຳເປັນຕ້ອງມີ. ສະນັ້ນ, ຢູ່ໃນກອງປະຊຸມຄັ້ງນີ້, ເນື້ອໃນປະກາດນີ້ຕ້ອງຍົກອອກມາເພື່ອປະກອບຄຳເຫັນກ່ອນໝູ່. ໃນສະພາບການຄືດັ່ງກ່າວນ້ັນ, ວິທີການປະຊຸມແບບລວມສູນຍັງມີທັງວຽກງານບຸກຄະລາກອນນຳອີກ. ບັນຫາທີ່ຕ້ອງສຸມໃສ່ນັ້ນແມ່ນວຽກງານການຊີ້ນຳ, ນຳພາ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top