• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 56 ຢູ່ ລາວ

ວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ຂອງ ລາວ, ໄດ້ຈັດພິທີໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມະໄລທອງ ກົມມະສິດ, ພ້ອມດ້ວຍລັດຖະມົນຕີເສດຖະກິດບັນດາປະເທດສະມາຊິກ ອາຊຽນ ແລະ Timor Leste.
ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ຢູ່ ລາວ (ພາບ: TTXVN)

ກອງປະຊຸມໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ພິເສດແມ່ນສະພາບການເສດຖະກິດ ແລະ ການເງິນໃນພາກພື້ນ ແລະ ໃນໂລກ ສືບຕໍ່ປະເຊີນໜ້າກັບຄວາມຂາດສະຖຽນລະພາບ, ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊອກຫາບັນດາມາດຕະການເໝາະສົມ ແກ້ໄຂບັນດາສິ່ງທ້າທາຍນີ້ ແລະ ກຽມພ້ອມປະຕິບັດຄຳຂວັນຂອງ ອາຊຽນ ໃນປີ 2024 ນັ້ນແມ່ນ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງ”.

        ໃນກອງປະຊຸມດັ່ງກ່າວ, ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາພົ້ນເດັ່ນ ເພື່ອແນໃສ່ນຳພາກພື້ນ ອາຊຽນ ກາຍເປັນພາກພື້ນດຶງດູດການລົງທຶນຕ່າງປະເທດ ແລະ ກຽມພ້ອມຮັບມືກັບການສະພາບການຜັນແປໃນປັດຈຸບັນ.

ໃນວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ກໍໄດ້ຈັດພິທີໄຂກອງປະຊຸມອົງການຝລັ່ງ ໂກໂຟນີ ອາຊຽນ  ເພື່ອປະກອບຄຳເຫັນ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບທັດສະນະຕົວຈິງ ແລະ ເໝາະສົມ ເພື່ອແນໃສ່ເພີ່ມທະວີການສ້າງສາຍພົວພັນ ແລະ ຮ່ວມມືໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top