• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.
  ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ (ພາບ: VOV)  

ນະ​ທີ່​ນີ້, ການ​ນຳ​ສອງ​ທ່ານ​ໄດ້​ຢັ້ງ​ຢືນ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ສິງ​ກະ​ໂປ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ນັບ​ແຕ່​ເມື່ອ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແຕ່​ເດືອນ ມີ​ນາ 2025. ການ​ນຳ​ສອງ​ທ່ານ​ກໍ​ໄດ້​ເນັ້ນ​ໜັກ​ວ່າ ອາ​ຊຽນ ມີ​ບົດ​ບາດ​ສຳ​ຄັນ, ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຮ່ວມ​ມືຫຼາຍ​ຢ່າງ, ດັ່ງ​ນັ້ນ ຫວຽດ​ນາມ ແລະ ສິງ​ກະ​ໂປ ຕ້ອງ​ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວ​ມມື ແລະ ເຊື່ອມ​ຕໍ່ ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tharman Shanmugaratnam ເຫັນ​ດີ​ສືບ​ຕໍ່​ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ສິງ​ກະ​ໂປ ເຂົ້າ​ສູ່​ລວງ​ເລິກ, ມີ​ຄຸນ​ນະ​ພາບ, ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ກະ​ແສ​ເງິນ​ລົງ​ທຶນ​ສອງ​ສົ້ນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ຍຸດ​ທະ​ສາດ, ມີ​ມູນ​ຄ່າ​ເພີ່ມ​ສູງ, ພິ​ເສດ ແມ່ນ​ນຳ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ ກາຍ​ເປັນ​ເສົາ​ຄ້ຳ​ໃຫ້​ແກ່​ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ພົບ​ປະກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ (ພາບ: VOV)

ສອງ​ຝ່າຍ​ກໍ​ເຫັນ​ດີ​ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ເລິກ​ເຊິ່ງກວ່າ​ອີກ; ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ.

ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ, ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ ຕາ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ Lawrence Wong ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ພ້ອມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ - ຮັບ ແລະ ປະ​ກາດ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ ຫວຽດ​ນາມ - ສິງ​ກະ​ໂປ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ ປີ 2026

ໄຂ​ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ ປີ 2026

ຕອນ​ຄ່ຳ​ວັນ​ທີ 28 ພຶດ​ສະ​ພາ, ຄະ​ນະ​ຈັດ​ຕັ້ງ Festival ເຫວ້ ປີ 2026 ໄດ້​ສົມ​ທົບ​ກັບ​ຄະ​ນະ​ບໍ​ລິ​ຫານງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ເຫວ້ ໄຂ​ງານ​ບຸນ​ອາ​ຫານ​ເຈ Festival ເຫວ້ 2026 ຢູ່​ຖະ​ໜົນ​ຍ່າງ ຫງວຽນ​ດິ່ງ​ຈຽວ, ​ຕາ​ແສງ ທ້ວນ​ຮ​ວ່າ, ນະ​ຄອນ ເຫວ້.

Top