• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ ເຄືອ​ຂ່າຍ​ປະ​ຕິ​ບັດ​ຂໍ​້ກົດ​ນົດ​ໃຫ້​ເປັນ​ຢ່າງ​ດີ ອາ​ຊຽນ - OCED ຄັ້ງ​ທີ 6

ກອງປະຊຸມແມ່ນການເຄື່ອນໄຫວນອນໃນຂອບເຂດປີຫວຽດນາມໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ 2020. 


ກອງປະຊຸມທາງອອນລາຍ ເຄືອຂ່າຍປະຕິບັດຂໍ້ກົດນົດໃຫ້ເປັນຢ່າງດີ ອາຊຽນ - OCED ຄັ້ງທີ 6

(ພາບ: TTXVN)


ຕອນບ່າຍວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ກົມຄວບຄຸມການປະຕິບັດລະບຽບການບໍລິຫານ ໂດຍໄດ້ຮັບການມອບສິດຈາກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ເປັນເຈົ້າການຈັດຕັ້ງກອງປະຊຸມຄັ້ງທີ 2 ໃນລະບົບກອງປະຊຸມທາງອອນລາຍ ເຄືອຂ່າຍປະຕິບັດຂໍ້ກຳນົດໃຫ້ເປັນຢ່າງດີ ລະຫວ່າງ ອາຊຽນ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄັ້ງທີ 6 ປີ 2020, ດ້ວຍຫົວຂໍ້ວ່າ “ນຳໃຊ້ເຄື່ອງມືດີຈີຕອນ ເພື່ອສ້າງຂໍ້ກຳນົດທີ່ເໝາະສົມກັບພືດຕິກຳຕົວຈິງ”

ກອງປະຊຸມແມ່ນການເຄື່ອນໄຫວນອນໃນຂອບເຂດປີຫວຽດນາມໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ 2020. ທ່ານ ຫງວຽນເທ໊ຈູງ, ສະມາຊິກ ໜ່ວຍປະຕິບັດວຽກງານຂອງ ຄະນະກຳມະການແຫ່ງຊາດກ່ຽວກັບ ລັດຖະບານເອເລັກໂຕນິກ ແບ່ງປັນວ່າ:

ທີໜຶ່ງແມ່ນ ບົດບາດມໜູນຊ່ວຍການບໍລິຫານ ຂະແໜງສາທາລະນະສຸກ, ທີ ສອງແມ່ນບົດບາດໜູນຊ່ວຍສື່ມວນຊົນ, ທີ 3 ແມ່ນຍົກສູງກຳລັງຄວາມສາມາດຂອງຂະແໜງສາທາລະນະສຸກ. ອີກບັນຫາໜຶ່ງກໍ່ສຳຄັນນັ້ນແມ່ນ ບັນຫານຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໂດຍກົງເພື່ອ ຄວບຄຸມ ແລະ ສະກັດກັ້ນ, ກວດພົບ, ແຍກຕົວ, ຈຳກັດບໍລິເວນ, ດັບມອດໂລກລະບາດນີ້ແມ່ນຍຸດທະສາດເຊິ່ງ ຫວຽດນາມໄດ້ປະຕິບັດຢ່າງຕໍ່ເນື່ອງໃນຮອບເວລາ 9 ເດືອນທີ່ຜ່ານມາ, ຜ່ານການເກີດ ໂລກລະບາດ 2 ຄັ້ງ ຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top