• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ສາ​ກົນ ໃຫ້​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ກອງ​ປະ​ຊຸມ AMM 53 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

ວັນທີ 12 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 27 (ພາບ: TTXVN) 

ຕາມນັ້ນແລ້ວ,  ໄດ້ດຳເນີນບັນດາກອງປະຊຸມສຳຄັນ ເຊິ່ງລວມມີ: ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 27 (ARF), ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ -  ອີຢູ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ. ເວທີປາໄສພາກພື້ນ ອາຊຽນ ແມ່ນເວທີປາໄສແຖວໜ້າທີ່ປຶກສາຫາລືກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ ອາຊີ - ປາຊີຟິກ.

ພາຍຫຼັງສິ້ນສຸດບັນດາກອງປະຊຸມທີ່ນອນໃນຂອບເຂດກອງປະຊຸມ AMM 53, ຕອນບ່າຍວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ. ກອງປະຊຸມ AMM 53   ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກຈັດຂຶ້ນໃນລະຫວ່າງວັນທີ 9 – 12 ກັນຍາ ຜ່ານທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກ 27 ຄະນະ ຂຶ້ນກັບ 4 ທະວີບ. ໃນຂອບເຂດເຫດການ, ໄດ້ດຳເນີນປະມານ 20 ກອງປະຊຸມ, ວາລະປະຊຸມຂັ້ນລັດຖະມົນຕີ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top