• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຊົນ​ນະ​ບົດ

ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ​ຄັ້ງ​ທີ IX ໄດ້ຈັດ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ໃຫຍ່.​
  ພາບ​ປະ​ກອບ: VGP  

ກອງ​ປະ​ຊຸມ​ໃຫຍ່​ສືບ​ຕໍ່​ເຮັດ​ວຽກ​ດ້ວຍບັນ​ດາ​ເນື້ອ​ໃນ: ຮັບ​ຟັງ​ບົດ​ລາຍ​ງານ​ຫຍໍ້​ໝາກ​ຜົນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ VIII, ອາ​ຍຸ​ການ 2023 – 2028, ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ຄັ້ງ​ທີ IX, ຮັບ​ຮອງ​ເອົາ​ບັນ​ດາ​ດັດ​ຊະ​ນີຫຼັກ​ໃນ​ອາ​ຍຸ​ການ 2026 – 2031, ຮັບ​ຮອງ​ເອົາ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ IX, ອາ​ຍຸ​ການ 2026 – 2031.

​ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ​ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ IX, ອາ​ຍຸ​ການ 2026 – 2031 ສືບ​ຕໍ່​ວັນ​ເຮັດ​ວຽກ​ທີ​ໜຶ່ງ​ດ້ວຍ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ: ປຶກ​ສາ​ຫາ​ລື, ຮັບ​ເອົາ​ຄຳ​ເຫັນ, ອະ​ທິ​ບາຍ​ຄຳ​ເຫັນ​ປະ​ກອບ​ເຂົ້າ​ຮ່ວມ​ກົດ​ລະ​ບຽບ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ. ບັນ​ດາ​ບົດ​ປຶກ​ສາ​ຫາ​ລື​ສຸມ​ໃສ່​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ​ສະ​ມາ​ຄົມ​ໃນ​ສະ​ພາບ​ການ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂະ​ບວນ​ການ​ຊາວ​ກະ​ສິ​ກອນ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ; ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່, ຫັນ​ເປັນ​ດີ​ຈີ​ຕອນ, ກະ​ສິ​ກຳ​ສີ​ຂຽວ, ກະ​ສິ​ກຳໝູນ​ວຽນ ແລະ ສ້າງ​ລະ​ບົບ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ. ທ່ານ ຫງວຽນ​ວັນ​ກອບ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ແຂວງ ອານ​ຢາງ ສະ​ເໜີ​ວ່າ:

ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ແຂວງ​ອານ​ຢາງ ສະ​ເໜີ​ສູນ​ກາງສະ​ມາ​ຄົມ​ເອົາ​ໃຈ​ໃສ່​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ, ກົນ​ໄກ​ໜູນ​ຊ່ວຍ​ເພື່ອ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ທຸກ​ຂັ້ນ​ເຂົ້າ​ຮ່ວມ​ການ​ສ້າງ​ຮູບ​ແບບ​ສາ​ຂາ, ກຸ່ມ​ສະ​ມາ​ຄົມ​ອາ​ຊີບ​ຕິດ​ພັນ​ກັບ​ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ກະ​ສິ​ກຳ​ໝູນ​ວຽນ. ທີ່​ສອງ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ສາ​ຂາ, ກຸ່ມ​ສະ​ມາ​ຄົມ​ອາ​ຊີບ, ກຸ່​ມ​ຮ່ວມ​ມື, ສະ​ຫະ​ກອນ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ບຸ​ລິ​ມະ​ສິດ, ນະ​ໂຍ​ບາຍ​ສົ່ງ​ເສີມ​ກະ​ສິ​ກຳ, ໜູນ​ຊ່ວຍ​ເຄື່ອງ​ຈັກ, ວັດ​ຖຸ​ອຸ​ປະ​ກອນ, ຫັນ​ເປັນ​ດີ​ຈີ​ຕອນ, ຢັ້ງ​ຢືນ​ມາດ​ຖານ, ລະ​ຫັດ​ເຂດ​ປູກ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ຊາວກະສິກອນສືບຕໍ່ແມ່ນພື້ນຖານຂອງເສດຖະກິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳ ຫວຽດນາມ ໃຫ້ກາຍເປັນປະເທດສົ່ງອອກຜະລິດຕະພັນແຖວໜ້າ.

Top