• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ປະ​ສົບ​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ

ພາຍຫຼັງເຮັດວຽກມາເປັນເວລາ 9 ວັນ, ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ອັດລົງໃນຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີອັດກອງປະຊຸມ ມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້, ພ້ອມດ້ວຍອະດີດການນຳພັກ, ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ XV.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີອັດ (ພາບ: VOV)

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກດຳເນີນໃນສະພາບການທີ່ໂລກລະບາດມີການຜັນແປຢ່າງສັບສົນ. ຕໍ່ໜ້າສະພາບການດັ່ງກ່າວ, ສະພາແຫ່ງຊາດ ໄດ້ມີຄວາມເປັນເອກະພາບຢ່າງສູງ ຕັດສິນໃຈຫຼຸດເວລາດຳເນີນກອງປະຊຸມລົງ 8 ວັນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. ຄະນະປະຈຳສະພາແຫ່ງຊາດ ໄດ້ສົມທົບກັບລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດ ດັດປັບລາຍການດຳເນີນງານ, ເພີ່ມເຕີມບັນດາມາດຕະການຮີບດ່ວນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເຂົ້າໃນມະຕິລວມຂອງກອງປະຊຸມ ແລະ ພຽງຈຳກັດໃນໄລຍະເວລາໃດໜຶ່ງ.  ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ, ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດ, ມີການກະທຳຢ່າງທັນການ, ແບ່ງປັນ, ຮ່ວມເດີນທາງພ້ອມກັບທັງລະບົບການເມືອງ, ລັດຖະບານ ເພື່ອເປົ້າໝາຍສຳຄັນແຖວໜ້າແມ່ນ ເບິ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ:

        “ໂດຍຮັບຮູ້ໄດ້ຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງ ຍ້ອນໂລກລະບາດໂຄວິດ - 19, ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບຢ່າງສູງ ແລະ ຄວາມໄຝ່ຝັນຢາກອຸທິດສ່ວນ, ຍາດແຍງເວລາຢ່າງສຸດຂີດ, ປ່ຽນແປງໃໝ່, ປະດິດຄິດສ້າງ, ປະກອບສ່ວນຫຼາຍຄຳຄິດເຫັນຢ່າງສຸດໃຈ, ຊອບທຳ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ ແລະ ປະກາດໃຊ້ ມະຕິ 29 ສະບັບ, ໃນນັ້ນ ມີ 17 ສະບັບກ່ຽວກັບການຈັດຕັ້ງ ແລະ ບຸກຄະລາກອນ, ມະຕິຫົວເລື່ອງສະເພາະ 11 ສະບັບ, ມະຕິລວມກ່ຽວກັບກອງປະຊຸມ 1 ສະບັບ, ທັງແກ້ໄຂບັນດາບັນຫາຮີບດ່ວນໃນສະເພາະໜ້າໄດ້ຢ່າງທັນການ, ທັງຕັດສິນຫຼາຍບັນຫາສຳຄັນ ແລະ ມີລັກສະນະຍຸດທະສາດ, ຍາວນານ ຊ່ວຍໃຫ້ກອງປະຊຸມປະສົບຜົນສຳເລັດໃນຫຼາຍດ້ານ”.

        ໃນກອງປະຊຸມນີ້, ສະພາແຫ່ງຊາດ ໄດ້ປະຕິບັດສຳເລັດໜ້າທີ່ສຳຄັນ ນັ້ນແມ່ນພິຈາລະນາ, ຕັດສິນໂຄງປະກອບການຈັດຕັ້ງ ແລະ ເລືອກຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດ. ສະພາແຫ່ງຊາດພິຈາລະນາ, ຕັດສິນລະບົບບັນດາແຜນການໄລຍະ 5 ປີ 2021 – 2025.

        ພ້ອມກັັບການຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງລັດຖະບານໃນການຊີ້ນຳ, ບໍລິຫານປະຕິບັດເປົ້າໝາຍຄວບຄູ່, ສະພາແຫ່ງຊາດ ຍັງໄຈ້ແຍກບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ຫວຽດນາມ ຈະປະເຊີນໜ້າໃນໄລຍະຈະມາເຖິງ ແລະ ກຳນົດບັນດາໜ້າທີ່, ມາດຕະການຈຸດສຸມໃນໄລຍະ 6 ເດືອນທ້າຍປີ ເພື່ອໃຫ້ລັດຖະບານຜັນຂະຫຍາຍປະຕິບັດ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top