• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ປັບ​ປຸງ​ກຳ​ລັງ​ພາຍ​ໃນ, ຍົກ​ລະ​ດັບ​ຖາ​ນະ​ບົດ​ບາດ ຫວຽດ​ນາມ

ກອງປະຊມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ມີຄວາມໝາຍກຳນົດທິດທາງພັດທະນາ ພາຍໃນປະເທດເທົ່ານັ້ນ ຫາກຍັງ ຮັບໜ້າທີ່ກຳນົດ ທີ່ຕັ້ງຫວຽດນາມ ບົນເວທີສາກົນອີກດ້ວຍ, ຜ່ານນັ້ນ ປັບປຸງຖານະບົດບາດ, ເພີ່ມທະວີຄວາມສາມາດເປັນເຈົ້າຍຸດທະສາດ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນໂດຍມີການຄັດເລືອກ.
  ທ່ານປ.ອ ອຶງກວັກຮຸ່ງ, ວິສະວະກອນເອກ ກຸ່ມບໍລິສັດ Setec Nucléaire (ຝລັ່ງ), ຮອງປະທານເຄືອຂ່າຍນັກຊ່ຽວຊານພະລັງງານນິວເຄຼຍ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (VietNuc) (ພາບ: TTXVN)  

ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ຮ່າໂນ້ຍ, ທ່ານປ.ອ ອຶງກວັກຮຸ່ງ, ວິສະວະກອນເອກ ກຸ່ມບໍລິສັດ Setec Nucléaire (ຝລັ່ງ), ຮອງປະທານເຄືອຂ່າຍນັກຊ່ຽວຊານພະລັງງານນິວເຄຼຍ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (VietNuc)ໃຫ້ຂໍ້ສັງເກດວ່າ ກອງປະຊມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ມີຄວາມໝາຍກຳນົດທິດທາງພັດທະນາ ພາຍໃນປະເທດເທົ່ານັ້ນ ຫາກຍັງ ຮັບໜ້າທີ່ກຳນົດ ທີ່ຕັ້ງຫວຽດນາມ ບົນເວທີສາກົນອີກດ້ວຍ, ຜ່ານນັ້ນ ປັບປຸງຖານະບົດບາດ, ເພີ່ມທະວີຄວາມສາມາດເປັນເຈົ້າຍຸດທະສາດ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນໂດຍມີການຄັດເລືອກ.

ໃນຂະນະນັ້ນ, ທ່ານ Lamijo ນັກຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຄົ້ນຄ້ວາ ແລະ ປ່ຽນແປງໃໝ່ ແຫ່ງຊາດ ອິນໂດເນເຊຍ (BRIN), ຢັ້ງຢືນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ກຳນົດທິດການເມືອງພາຍໃນປະເທດ ຫວຽດນາມ ເທົ່ານັ້ນຫາກຍັງຍົກສູງຖານະບົດບາດຂອງ ຫວຽດນາມ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນຂອບເຂດທົ່ວໂລກອີກດ້ວຍ.

ສ່ວນທ່ານປ.ອ Ruvislei González Saez ນັກຄົ້ນຄ້ວາຂັ້ນສູງຂຶ້ນກັບສູນຄົ້ນຄ້ວາ ນະໂຍບາຍສາກົນຂອງ ກຸຍບາ ໄດ້ແບ່ງປັນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະແມ່ນບາດລ້ຽວ ແລະ ແມ່ນຖານຍິງບົນເສັ້ນທາງກາຍເປັນປະເທດມະຫາອຳນາດລະດັບກາງຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top