• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ການ​ແກ້ງ​ແຍ່ງທາງ​ການ​ຄ້າ​ຂອງ ອາ​ຊຽນ ຄັ້ງ​ທີ 9 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ໃນ​ທ້າຍ​ປີ 2021

ກອງປະຊຸມ ACC ປີນີ້ໄດ້ສຸມໃສ່ເຂົ້າ 5 ຫົວຂໍ້ຫຼັກ, ນັ້ນແມ່ນ: ຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ສະພາບແວດລ້ອມການແກ້ງແຍ່ງທາງການຄ້າໃນພາກພື້ນ ອາຊຽນ, ກວດກາຄືນການປະຕິບັດຕາມກົດໝາຍວ່າດ້ວຍການແກ້ງແຍ່ງທາງການຄ້າໃນໄລຍະເກີດໂລກລະບາດໂຄວິດ - 19 ຂອງບັນດາວິສາຫະກິດ.
ພາບປະກອບ: baodautu.vn

 ກອງປະຊຸມການແກ້ງແຍ່ງທາງການຄ້າຂອງ ອາຊຽນ ຄັ້ງທີ 9 (ກອງປະຊຸມ ACC), ຄາດວ່າຈະດຳເນີນໃນລະຫວ່າງວັນທີ 1 – 2 ເດືອນທັນວາ 2021 ຢູ່ຮ່າໂນ້ຍ ( ຫວຽດນາມ) ດ້ວຍຫົວຂໍ້ວ່າ: “ການກະທຳຂອງອົງການແກ້ງແຍ່ງທາງການຄ້າຂອງ ບັນດາປະເທດ ອາຊຽນ ເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມແກ້ງແຍ່ງທາງການຄ້າໃນພາກພື້ນ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19”. ເຫດການໂດຍ ກົມແກ້ງແຍ່ງທາງການຄ້າ ແລະ ປົກປ້ອງຜູ້ບໍລິໂພກ ເປັນເຈົ້າພາບຈັດຕັ້ງ ສົມທົບກັບຄະນະເລຂາທິການອາຊຽນ, ກະຊວງອຸດສາຫະກຳ ແລະ ການຄ້າ, ອົງການຈັດຕັ້ງ ເພື່ອແນໃສ່ສ້າງເວທີປາໄສແກ້ງແຍ່ງທາງການຄ້າຂອງ ບັນດາອົງການຄຸ້ມຄອງການແກ້ງແຍ່ງທາງການຄ້າຂອງ ບັນດາປະເທດ ອາຊຽນ, ປະຊາຄົມວິສາຫະກິດ, ວົງການນັກຄົ້ນຄ້ວາໃນພາກພື້ນ ແລະ ໃນໂລກ.

        ກອງປະຊຸມ ACC ປີນີ້ໄດ້ສຸມໃສ່ເຂົ້າ 5 ຫົວຂໍ້ຫຼັກ, ນັ້ນແມ່ນ: ຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ສະພາບແວດລ້ອມການແກ້ງແຍ່ງທາງການຄ້າໃນພາກພື້ນ ອາຊຽນ, ກວດກາຄືນການປະຕິບັດຕາມກົດໝາຍວ່າດ້ວຍການແກ້ງແຍ່ງທາງການຄ້າໃນໄລຍະເກີດໂລກລະບາດໂຄວິດ - 19 ຂອງບັນດາວິສາຫະກິດ, ເພີ່ມທະວີບົດບາດຂອງການປະຕິບັດນະໂຍບາຍແກ້ງແຍ່ງທາງການຄ້າສຳລັບການເຄື່ອນໄຫວ ແລະ ການພັດທະນາຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ໃນໄລຍະຫຼັງໂລກລະບາດໂຄວິດ - 19, ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນໃນປັດຈຸບັນ ແລະ ບັນດາສິ່ງທ້າທາຍທີ່ເກີດຂຶ້ນສຳລັບອົງການແກ້ງແຍ່ງທາງການຄ້າໃນວຽກງານປະຕິບັດກົດໝາຍວ່າດ້ວຍການແກ້ງແຍ່ງ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການແກ້ງແຍ່ງທາງການຄ້າໃນການແກ້ໄຂບັນຫາແກ້ງແຍ່ງກັນໃນພາກພື້ນ.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top