• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ ອິດ​ສະ​ຣາ​ແອັນ ໄດ້​ບຸກ​​ເຂົ້າ​ໃຈ​ກາງ​ນະ​ຄອນ ກາ​ຊາ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຖະແຫຼງວ່າ ບັນດາກຳລັງໜ້າດິນຂອງປະເທດນີ້ ໄດ້ “ຢູ່ໃຈກາງນະຄອນ ກາຊາ”, ເມືອງເອກຂອງເຂດ ກາຊາ; ພ້ອມດຽວກັນນັ້ນ, ໄດ້ຢັ້ງຢືນຄືນການປະທະກັນ “ບໍ່ອາດຢຸດຕິລົງ” ຈົນກວ່າຂະບວນການ ຮາມາດສ ຖືກ “ລົບລ້າງ”.
ທະຫານ ອິດສະຣາແອັນ ເຂົ້າຮ່ວມບັ້ນບຸກໂຈມຕີຕ້ານຄືນ ຮາມາດສ ຢູ່ເຂດ ກາຊາ ໃນວັນທີ 4 ພະຈິກ 2023 (ພາບ: IDF/Reuters)

ຕອນຄ່ຳວັນທີ 07 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຖະແຫຼງວ່າ ບັນດາກຳລັງໜ້າດິນຂອງປະເທດນີ້ ໄດ້ “ຢູ່ໃຈກາງນະຄອນ ກາຊາ”, ເມືອງເອກຂອງເຂດ ກາຊາ; ພ້ອມດຽວກັນນັ້ນ, ໄດ້ຢັ້ງຢືນຄືນການປະທະກັນ “ບໍ່ອາດຢຸດຕິລົງ” ຈົນກວ່າຂະບວນການ ຮາມາດສ ຖືກ “ລົບລ້າງ”. ໃນຂະນະນັ້ນ, ຫຼາຍປະເທດໃນໂລກ ສືບຕໍ່ກ່າວຮຽກຮ້ອງໃຫ້ຢຸດຍິງ ຍ້ອນສາຍເຫດມະນຸດສະທຳ, ໃນສະພາບການປະທະກັນລະຫວ່າງ ຮາມາດສ ແລະ ອິດສະຣາແອັນ ໄດ້ເຮັດໃຫ້ ຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ເສຍຊີວິດກວ່າ 10.300 ຄົນ.

ທ່ານປະທານາທິບໍດີ ເມັກຊີໂກ Andres Manuel Lopez Obrador ກ່າວປະນາມສະພາບການສາມັນຊົນເສຍຊີວິດຍ້ອນການປະທະກັນ, ກະຕຸກຊຸກຍູ້ບັນດາຝ່າຍເຂົ້າຮ່ວມສົງຄາມ ປະຕິບັດການຢຸດຍິງໃນທັນທີ, ພ້ອມທັງຢັ້ງຢືນວ່າ ລັດຖະບານ ເມັກຊີໂກ ຍາມໃດກໍສະໜັບສະໜູນມາດຕະການສັນຕິພາບຜ່ານຄຳສັ່ງຢຸດຍິງຢ່າງຮອບດ້ານ.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top