• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ ອິດ​ສະ​ຣາ​ແອັນ ຖະ​ແຫຼງ​ສ້າງ​ຕັ້ງ “ເສັ້ນ​ຂີດຂັ້ນຄຳ” ຢູ່ ລີ​ບັງ

ວັນ​ທີ 18 ເມ​ສາ, ກອງ​ທັບ ອິດ​ສະ​ຣາ​ແອັນ ໄດ້​ຖະ​ແຫຼງ​ສ້າງ​ຕັ້ງ “ເສັ້ນຂີດຂັ້ນ​ຄຳ” ຢູ່​ພາກ​ໃຕ້ ລີ​ບັງ, ຄ້າຍ​ຄື​ກັນ​ກັບ​ເສັ້ນ​ແດນ​ແບ່ງ​ເຂດ​ໂດຍກອງ​ທັບ ອິດ​ສະ​ຣາ​ແອັນ ຄວບ​ຄຸມ​ຢູ່ ກາ​ຊາ.
  ບັນ​ດາ​ຍານ​ພາ​ຫະ​ນ​ະ​ຂອງກອງ​ທັບ ອິດ​ສະ​ຣາ​ແອັນ ພວມ​ເຄື່ອນ​ໄຫວ​ຢູ່ ພາກ​ໃຕ້ ລີ​ບັງ, ວັນ​ທີ 15 ເມ​ສາ 2026 (ພາບ: AP/Ariel Schalit)  

ຕາມກອງ​ທັບ ອິດ​ສະ​ຣາ​ແອັນ ແລ້ວ, ກຳ​ລັງ​ດັ່ງ​ກ່າວ ກວ​ດ​ພົບ​ບັນ​ດາ​ເປົ້າ​ໝາຍ​ແຊກ​ແຊງ “ເສັ້ນ​ຂີດ​ຂັ້ນ​ຄຳ” ຕາມ​ວິ​ທີ​ກໍ່​ໄພ​ນາບ​ຂູ່​ໂດຍ​ກົງ ແລະ ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​ເປົ້າ​ໝາຍ​ທີ່​ຖືກ​ສົງ​ໄສ​ຢູ່​ບາງ​ເຂດ​ຢູ່​ພາກ​ໃຕ້ ລີ​ບັງ, ພ້ອ​ມ​ທັງ​ໃສ່​ໃຈ​ວ່າ ກອງ​ທັບ ມີ​ສິດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເພື່ອ​ຕ້ານ​ຄືນ​ບັນ​ດາ​ໄພ​ນາບ​ຂູ່​ນັ້ນ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ. ເຮັກ​ໂບ​ລາ ໄດ້​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງທະ​ຫານ​ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກ​ສິດ, ແຕ່​ກ່າວ​ເຕືອນ​ວ່າ “ພ້ອມ​ແລ້ວ​ທີ່​ຈະ​ເຄື່ອນ​ໄຫວ” ຖ້າ ອິດ​ສະ​ຣາ​ແອັນ ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ.

ໃນ​ເຫດ​ການ​ໜຶ່ງ​ທີ່​ກ່ຽວ​ຂ້ອງ, ກະ​ຊວງ​ສຶກ​ສາ ອິດ​ສະ​ຣາ​ແອັນ ແຈ້ງ​ໃຫ້​ຊາບ​ວ່າ ລະ​ບົບ​ໂຮງ​ຮຽນ​ຂອງ​ປະ​ເທດ​ນີ້ ເລີ່ມ​ເຄື່ອນ​ໄຫວ​ຄືນ​ໃໝ່​ຢ່າງ​ຄົບ​ຖ້ວນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແຕ່​ວັນ​ທີ 19 ເມ​ສາ ເປັນ​ຕົ້ນ​ໄປ, ລວມ​ທັງ​ບັນ​ດາ​ເຂດ​ໃກ້​ຊາຍ​ແດນ​ທາງ​ທິດ​ເໜືອ, ຕາມ​ການ​ແນະ​ນຳອັບ​ເດດ​ຂອງ​ກອງ​ບັນ​ຊາ​ການ​ແນວ​ໂຮມ​ພາຍ​ໃນ​ປະ​ເທດ​ນີ້​.

(ແຫຼ່ງຄັດຈາກ VOV)

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ໜຶ່ງ​ໃນ​ບັນ​ດາ​ທິດ​ເດີນ​ໂດຍ​ນະ​ຄອນ​ກຳ​ນົດ​ແມ່ນ​ສ້າງ​ສູນ​ການ​ເງິນ​ທາງ​ທະ​ເລ ສາ​ກົນ ແລະ ວາ​ງ​ເປົ້າ​ໝາຍ​ດຶງ​ດູດ​ປະ​ມານ 30% ມູນ​ຄ່າ​ທຸລະກຳ​ກາ​ນ​ເງິນ​ທາງ​ທະ​ເລ​ກັບ​ເຂົ້າມາ ຫວຽດ​ນາມ ພາຍໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ປະ​ມານ 300 ຕື້ USD ຕໍ່​ປີ.

Top