ຂ່າວສານ
ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການຊ້ອມໃຫຍ່ສວນສະໜາມຢູ່ສະໜາມຫຼວງ ຈັດຕຸລັດແດງ, ສະຫະພັນ ລັດເຊຍ
ທ່ານພົນຕີ ຫງວຽນກວາງງອກ ຕີລາຄາສູງຄວາມານະພະຍາຍາມຂອງບັນດານັກຮົບໃນໄລຍະຜ່ານມາ, ພິເສດໃນມື້ຊ້ອມໃຫຍ່ສວນສະໜາມຢູ່ຈັດຕຸລັດແດງ ໃນຕອນເຊົ້າວັນທີ 7 ພືດສະພາ ແລະ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນສູງ ແລະ ປາດຖະໜາວ່າ ສະຫາຍຫົວໜ້າຄະນະ, ບັນດາຄູຝືກ, ພະນັກງານຕິດຕາມຄະນະພ້ອມດ້ວຍນັກຮົບທຸກຖ້ວນໜ້າທີ່ເຂົ້າຮ່ວມພິທີສວນສະໜາມຢູ່ຈັດຕຸລັດແດງໃນວັນທີ 9 ພຶດສະພາ ຈະມີຄວາມສະມັກຄີ, ພະຍາຍາມເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ສືບຕໍ່ຝືກຊ້ອມເພື່ອຮອດວັນທີ 9 ພຶດສະພາ ຈະກ້າວໄປຢ່າງໝັ້ນຄົງເຂັ້ມແຂງໃນຈັດຕຸລັດແດງ, ສົມກັບມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມ, ກອງທັບວິລະຊົນ. ພວກເຮົາຕ້ອງຢັ້ງຢືນທາດແທ້ອັນດີງາມຂອງທະຫານລຸງໂຮ່”.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ພຶດສະພາ, ນັກຮົບກອງທັບປະຊາຊົນ ຫວຽດນາມ 68 ສະຫາຍ ກໍ່ໄດ້ເຂົ້າຮ່ວມການຊ້ອມໃຫຍ່ສວນສະໜາມຢູ່ ຈັດຕຸລັດແດງ.