ຕອນບ່າຍວັນທີ 7 ພຶດສະພາ, ທ່ານພົນຕີ ຫງວຽນກວາງງອກ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ລະດົມກຳລັງໃຈໃຫ້ຄະນະນັກຮົບ ຫວຽດນາມ ທີ່ເຂົ້າຮ່ວມການສວນສະໜາມໃນຈັດຕຸລັດແດງ, ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ (1945 – 2025).
ນັກຮົບກອງທັບປະຊາຊົນ ຫວຽດນາມ 68 ສະຫາຍ ຝຶກຊ້ອມເຂົ້າຮ່ວມການຊ້ອມໃຫຍ່ສວນສະໜາມຢູ່ ຈັດຕຸລັດແດງ (ພາບ: qdnd.vn)
ທ່ານພົນຕີ ຫງວຽນກວາງງອກ ຕີລາຄາສູງຄວາມານະພະຍາຍາມຂອງບັນດານັກຮົບໃນໄລຍະຜ່ານມາ, ພິເສດໃນມື້ຊ້ອມໃຫຍ່ສວນສະໜາມຢູ່ຈັດຕຸລັດແດງ ໃນຕອນເຊົ້າວັນທີ 7 ພືດສະພາ ແລະ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນສູງ ແລະ ປາດຖະໜາວ່າ ສະຫາຍຫົວໜ້າຄະນະ, ບັນດາຄູຝືກ, ພະນັກງານຕິດຕາມຄະນະພ້ອມດ້ວຍນັກຮົບທຸກຖ້ວນໜ້າທີ່ເຂົ້າຮ່ວມພິທີສວນສະໜາມຢູ່ຈັດຕຸລັດແດງໃນວັນທີ 9 ພຶດສະພາ ຈະມີຄວາມສະມັກຄີ, ພະຍາຍາມເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ສືບຕໍ່ຝືກຊ້ອມເພື່ອຮອດວັນທີ 9 ພຶດສະພາ ຈະກ້າວໄປຢ່າງໝັ້ນຄົງເຂັ້ມແຂງໃນຈັດຕຸລັດແດງ, ສົມກັບມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມ, ກອງທັບວິລະຊົນ. ພວກເຮົາຕ້ອງຢັ້ງຢືນທາດແທ້ອັນດີງາມຂອງທະຫານລຸງໂຮ່”.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ພຶດສະພາ, ນັກຮົບກອງທັບປະຊາຊົນ ຫວຽດນາມ 68 ສະຫາຍ ກໍ່ໄດ້ເຂົ້າຮ່ວມການຊ້ອມໃຫຍ່ສວນສະໜາມຢູ່ ຈັດຕຸລັດແດງ.