• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ WEF ASEAN 2018: ສ້າງຂີດໝາຍໃຫ້ ຫວຽດນາມ

ນ້ຳໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ໄດ້ຮັບການຕີລາຄາວ່າແມ່ນທັນການ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝ

ພາບປະກອບ 

ວັນທີ 14 ກັນຍາ, ສື່ມວນຊົນສາກົນ ໄດ້ລົງບົດຂຽນຕີລາຄາຄວາມສຳເລັດຂອງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບອາຊຽນ (WEF ASEAN 2018) ເຊິ່ງດຳເນີນແຕ່ວັນທີ 11 – 13 ກັນຍາຢູ່ ຫວຽດນາມ ຫຼາຍບົດ. ຫົວຂໍ້ຂອງກອງປະຊຸມ “ອາຊຽນ 4.0: ນ້ຳໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ໄດ້ຮັບການຕີລາຄາວ່າແມ່ນທັນການ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝ, ກໍ່ຄືກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ພວມວາງອອກ.

        ໃນແວບໄຊທາງການຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ລົງບັນດາບົດຂຽນກ່ຽວກັບກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບອາຊຽນ ທີ່ຫາກໍ່ສິ້ນສຸດລົງຢູ່ຮ່າໂນ້ຍ, ຖືນີ້ແມ່ນຜົນສຳເລັດຂອງ WEF, ຂອງ ອາຊຽນ, ກໍ່ຄືປະເທດເຈົ້າພາບ ຫວຽດນາມ.

        “ເລື່ອງລາວ ກ່ຽວກັບການປະຕິຫານດ້ານເສດຖະກິດຂອງ ຫວຽດນາມ” ແມ່ນບົດຂຽນເປັນໜ້າເອົາໃຈໃສ່ ໄດ້ເອົາລົງໃນໜ້າແວບຂອງ WEF, ໃນນັ້ນຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາ “ດວງດາວທີ່ເຮືອງແສງໃນຍານອາວະກາດ”.

        ບົດຂຽນດ້ວຍຫົວຂໍ້ “ການນຳບັນດາພື້ນຖານເສດຖະກິດ ອາຊຽນ ເຫັນດີເປັນເອກະພາບຍາດແຍ່ງກາລະໂອກາດ ແລະ ສິ່ງທ້າທາຍຈາກການປະຕິວັດອຸດສາຫະກຳ 4.0” ໂດຍໄດ້ລົງໃນໜັງສືພິມ The Econimic Times, ໂດຍເນັ້ນໜັກວ່າ ການພົບປະແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດສະມາຊິກ ອາຊຽນ ຢັ້ງຢືນຄວາມສຳຄັນຂອງເລື່ອງຜັນຂະຫຍາຍການປະຕິວັດອຸດສາຫະກຳ 4.0 ຢ່າງເຖິງຖອງເພື່ອຮັບໃຊ້ການພັດທະນາເສດຖະກິດ.

        ສ່ວນບົດຂຽນທີ່ເອົາລົງໃນໜ້າແວບ Europeansting ໄດ້ເນັ້ນໜັກເຖິງ “ຈິດໃຈດຳເນີນທຸລະກິດ” ເຊິ່ງກອງປະຊຸມ WEF ASEAN 2018 ໄດ້ສະແດງອອກ.

(ແຫຼ່ງຄັດຈາກ VOV)


ສ້າງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ລັດ​ໄວ້​ວາງ​ໃຈ​ໃຫ້​ສົມ​ບຸນ​ແບບ

ສ້າງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ລັດ​ໄວ້​ວາງ​ໃຈ​ໃຫ້​ສົມ​ບຸນ​ແບບ

ເພື່ອສ້າງຮ່າງມະຕິໃຫ້ສົມບຸນແບບ, ສສຊ ຈຳນວນໜຶ່ງ ສະເໜີວ່າ ນອກຈາກລາຍງານຕໍ່ຂັ້ນມີສິດອຳນາດແລ້ວ ໝາກຜົນການຮັບເອົາບັດໄວ້ວາງໃຈ ຕ້ອງເປີດເຜີຍທັງການເຄື່ອນໄຫວປ່ອນບັດໄວ້ວາງໃຈ.

Top