• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ Shangri La 2018: ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ

      ໃນຂອບເຂດການເຂົ້າຮ່ວມກອງປະຊຸມ Shangri La ຄັ້ງທີ 17, ຢູ່ສິງກະໂປ, ຕອນເຊົ້າວັນທີ 01 ມິຖຸນາ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis.

ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis 
(ພາບ: thanhnien.vn)
      ທີ່ການພົບປະ, ລັດຖະມົນຕີ 2 ທ່ານໄດ້ຖືວ່າ, ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາບັນລຸໄດ້ປະສິດທິຜົນແທດຈິງຫຼາຍຢ່າງ, ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຢ່າງຍາວນານຢູ່ພາກພື້ນ ແລະ ໃນໂລກ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ຄົ້ນຄວ້າລົງນາມໃນບັນດາເອກະສານທີ່ເໝາະສົມເປັນພື້ນຖານແກ່ການຜັນຂະຫຍາຍການຮ່ວມມື. ທ່ານລັດຖະມົນຕີ Mattis ໃຫ້ຮູ້ວ່າ, ອາເມລິກາ ພວມຄົ້ນຄວ້າມອບໂອນໃຫ້ຫວຽດນາມ ເຮືອບິນຝຶກແອບ ແລະ ເຄື່ອງອຸປະກອບອື່ນຈຳນວນໜຶ່ງທີ່ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງ 2 ຝ່າຍ.
      2 ຝ່າຍກໍ່ເຫັນດີສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ ໃຫ້ເໝາະສົມກັບບັນດາຂໍ້ຕົກລົງທີ່ໄດ້ລົງນາມ; ໃນນັ້ນໃຫ້ບຸລິມະສິດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາບັນດາກົນໄກເຈລະຈາ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top