• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ G20: ປະທານາທິບໍດີອາເມລິກາກຽມພ້ອມໃຫ້ແກ່ຂໍ້ຕົກລົງດ້ານການຄ້າປະຫວັດສາດກັບຈີນ

      ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ວໍຊິງຕັນ ຄິດໄລ່ຊັ່ງຊາຂໍ້ຕົກລົງດ້ານການຄ້າ “ປະຫວັດສາດ” ກັບຈີນ. ເມື່ອຕອບຄືນ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຮຽກຮ້ອງ “ຮ່ວມມື ແລະ ເຈລະຈາ”.

(ພາບປະກອບ: AFP/TTXVN)
      ກ່າວຄຳເຫັນທີ່ການເຈລະຈາ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດ G20 ຢູ່ Osaka, ປະເທດຍີ່ປຸ່ນ, ທ່ານປະທານາທິບໍດີ D.Trump ເວົ້າວ່າ: “ຖ້າຫາກພວກເຮົາສາມາດບັນລຸຂໍ້ຕົກລົງດ້ານການຄ້າຍຸຕິທຳ, ນັ້ນຈະແມ່ນ (ຂໍ້ຕົກລົງ) ປະຫວັດສາດ. ພວກຂ້າພະເຈົ້າລ້ວນແຕ່ເປີດອົກເປີດໃຈກັບຂໍ້ຕົກລົງ”. ທ່ານສະແດງຄວາມຫວັງວ່າ, ນີ້ຈະແມ່ນ “ການພົບປະທີ່ມີລັກສະນະສ້າງສັນ ແລະ ພວກເຮົາສາມາດເຮັດສິ່ງໃດໜຶ່ງເພື່ອນຳມາເຊິ່ງລັກສະນະປະຫວັດສາດຢ່າງແທ້ຈິງ”. ໃນຂະນະນັ້ນ, ທ່ານປະທານປະເທດ ສີຈີ້ນຜິງ ໃຫ້ຮູ້ວ່າ, ການພົວພັນທາງການທູດໃນໄລຍະ 40 ປີຜ່ານມາລະຫວ່າງອາເມລິກາ ແລະ ຈີນ ໄດ້ພິສູດໃຫ້ເຫັນວ່າ, ການຮ່ວມມື ແລະ ເຈລະຈາແມ່ນດີກວ່າການສູ້ຢັນກັນ ແລະ ໂຕ້ຖຽງກັນ.
        ນີ້ແມ່ນການສົນທະນາໂດຍກົງຄັ້ງທຳອິດລະຫວ່າງການນຳຂອງ 2 ພື້ນຖານເສດຖະກິດແຖວໜ້າໂລກ, ພາຍຫຼັງກອງປະຊຸມສຸດຍອດ G20 ນັບແຕ່ເດືອນ ທັນວາ 2018.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top