• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ G20: ບັນດາປະເທດ BRICS ເນັ້ນໜັກເຖິງບົດບາດຂອງ WTO, ຄັດຄ້ານລັດທິອາລັກຂາ

      ວັນທີ 28 ມິຖຸນາ,  ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ພວມດຳເນີນໄປຢູ່ Osaka, ປະເທດຍີ່ປຸ່ນ, ການນຳບັນດາປະເທດກຸ່ມ BRICS (ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟຣິກາໃຕ້) ໄດ້ຈັດການປະຊຸມເພື່ອປຶກສາຫາລືກ່ຽວກັບບັນດາບັນດາພົ້ນເດັ່ນ, ໃນນັ້ນມີບົດບາດຂອງອົງການການຄ້າໂລກ (WTO), ພື້ນຖານເສດຖະກິດທົ່ວໂລກ ແລະ ບັນດາການແກ້ງແຍ້ງດ້ານການຄ້າ.

ການນຳບັນດາປະເທດກຸ່ມ  BRICS
(ພາບ:  indiatoday.in)
            ກ່າວຄຳເຫັນທີ່ການປະຊຸມ, ປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວເຕືອນວ່າ: ບັນດາເຈດຕະນາຫວັງເຮັດໃຫ້ບົດບາດຂອງ WTO ລົຫລຸດງຫຼືທຳລາຍອົງການນີ້ລ້ວນແຕ່ບໍ່ມີປະໂຫຍດ. ທ່ານກໍ່ໃສ່ໃຈວ່າ ປະຈຸບນັ, ພື້ນຖານເສດຖະກິດໂລກພວມຢູ່ໃນສະພາບເປັນ “ໜ້າວິຕົກກັງວົນທີ່ສຸດ” ໃນຂະນະທີ່ການຄ້າທົ່ວໂລກພວມຖືກຮັບບັນດາການກະທົບຈາກ “ລັດທິອາລັກຂາ ແລະ ບັນດາຂໍ້ຈຳກັດທີ່ມີລັກສະນະການເມືອງ”.
  ສ່ວນທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ຖືວ່າ: ການພັດທະນາເສດຖະກິດທົ່ວໂລກສ່ວນຫຼາຍພວມຖືກຄວບງຳຈາກບັນດາການຕັດສິນຝ່າຍດຽວ. ທ່ານເນັ້ນໜັກວ່າຄວນສຸມໃສ່ການປະຕິຮູບ WTO ເພື່ອແນໃສ່ຮັບປະກັນໃຫ້ເສດຖະກິດທົ່ວໂລກບັນລຸໄດ້ການພັດທະນາດຸ່ນດຽງ.
   ໃນຂະນະນັ້ນ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຕຳໜິຕິຕຽນບາງປະເທດພັດທະນາເດີນຕາມບັນດາມາດຕະການທີ່ມີລັກສະນະອາລັກຂາ ພວມກໍ່ໃຫ້ເກີດບັນດາການແກ້ງແຍ້ງດ້ານການຄ້າ ແລະ ປິດລ້ອມເສດຖະກິດ, ພ້ອມທັງເອີ້ນວ່ານີ້ແມ່ນໄພອັນຕະລາຍໃຫ່ຍທີ່ສຸດເຮັດໃຫ້ການຂາດສະຖຽນລະພາບຂອງພື້ນຖານເສດຖະກິດທົ່ວໂລກເພີ່ມຂຶ້ນ.
 (ແຫຼ່ງຄັດຈາກ VOV)

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.

Top