
ພິທີລົງນາມໃນຖະແຫລງການຮ່ວມ ການຮ່ວມມືເຂດສາມຫລ່ຽມພັດທະນາ
ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.ເຂົ້າຮ່ວມກອງປະຊຸມຍັງມີທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານປະທານທະນາຄານພັດທະນາອາຊີ Takehiko Nakao, ຜູ້ອຳນວຍການຝ່າຍບໍລິຫານທະນາຄານໂລກ (WB ) Joaquim Levy. ນີ້ແມ່ນຄັ້ງທຳອິດ ການນຳຂັ້ນສູງບັນດາອົງການຈັດຕັ້ງສາກົນ ADB, WB ແລະ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ CLV.
ກອງປະຊຸມໄດ້ຮັບຮູ້ບັນດາຄວາມກ້າວຫນ້າໃນການຮ່ວມມືລະຫວ່າງສາມປະເທດທີ່ບັນລຸໄດ້ໃນຫລາຍຂົງເຂດ ຈາກພື້ນຖານໂຄງລ່າງຕະຫລອດຮອດການສ້າງຄວາມສະດວກໃຫ້ດ້ານການຄ້າ, ເນັ້ນຫນັກຄວາມສຳຄັນຂອງການຮ່ວມມືລະຫວ່າງສາມປະເທດໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຫນູນຊ່ວຍວິວັດການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ, ຊ່ວຍ 13 ແຂວງເຂດຊາຍແດນຮັດແຄບຊ່ອງຫວ່າງການພັດທະນາ.
ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ບັນດາການນຳໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສາມປະເທດກວ່າອີກ, ປະກອບສ່ວນສ້າງບັນດາພື້ນຖານເສດຖະກິດ ກຳປູເຈຍ, ລາວ, ຫວຽດນາມ ເຊື່ອມໂຍງ, ໝັ້ນຄົງ, ວັດທະນາຖາວອນ ແລະ ແມ່ນພາກສ່ວນຫນຶ່ງທີ່ຂາດບໍ່ໄດ້ຂອງວິໄສທັດປະຊາຄົມອາຊຽນປີ 2025. ກອງປະຊຸມໄດ້ເນັ້ນຫນັກຢ່າງແຮງເຖິງຄວາມຈຳເປັນຕ້ອງເພີ່ມທະວີການເຊື່ອມຈອດລະຫວ່າງສາມພື້ນຖານເສດຖະກິດເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງເສດຖະກິດ, ເຂົ້າຮ່ວມບັນດາລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.
ກອງປະຊຸມໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ ລາວ ແລະ ຫວຽດນາມ ເທື່ອລະກ້າວ ມຸ້ງໄປເຖິງກວມລວມທົ່ວ ສາມປະເທດ, ບໍ່ພຽງແຕ່ຈຳກັດຢູ່ 13 ແຂວງຊາຍແດນ. ເພື່ອເລີ່ມປະຕິບັດວິວັດການນີ້, ບັນດາການນຳໄດ້ຮັບຮອງເອົາແຜນການສັງລວມກ່ຽວກັບການເຊື່ອມຕໍ່ສາມພື້ນຖານເສດຖະກິດກຳປູເຈຍ-ລາວ-ຫວຽດນາມຮອດປີ 2030. ຄຽງຄູ່ກັນນັ້ນ ບັນດາການນຳກໍ່ໄດ້ຊີ້ນຳຄະນະກຳມະການປະສານງານຮ່ວມຕັ້ງຫນ້າຜັນຂະຫຍາຍບາງເນື້ອໃນເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື. ເນື່ອງໃນໂອກາດນີ້ ນາຍົກລັດຖະມົນຕີສາມທ່ານໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 11 ຢູ່ ສປປລາວ.
(ແຫຼ່ງຄັດຈາກ VOV)