• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AEM 48 ສ້າງພື້ນຖານໃຫ້ແກ່ການກໍ່ສ້າງປະຊາຄົມເສດຖະກິດອາຊຽນສຳເລັດຜົນ

ບັນດາລັດຖະມົນຕີທີ່ພິທີອັດກອງປະຊຸມ     
      ພາຍຫຼັງ​ເຮັດ​ວຽກ​ມາເປັນ​ເວລາ 4 ວັນ, ຕອນ​ບ່າຍ​ວັນ​ທີ 6/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ (AEM) 48​ ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້​ອງ​ໄດ​້ອັດ​ລົງ ​ແລະ ບັນ​ລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ຄະນະ​ຜູ້​ແທນ ຫວຽດນາມ​ໂດຍ​ທ່ານ ​ເຈີ່ນ​ຕ໋ວນ​ແອ​ງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ເຂົ້າ​ຮ່ວມກອງປະຊຸມ​ຄັ້ງ​ນີ້​ໄດ້​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.
       ທີ່​ກອງ​ປະຊຸມ​ນີ້, ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ໄດ້​ສຸມ​ໃສ່​ພິຈາລະນາ ​ແລະ ຮັບຮອງ​ເອົາ​ຫຼາຍ​ຂອບ​ເຂດ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ພາຍ​ໃນ​ກຸ່ມ ອາ​ຊຽນ, ລວມມີ​ຂອບ​ເຂດ​ຫັນ​ການ​ຄ້າ​ອາ​ຊຽນ​ເປັນ​ສະ​ດວກ​, ຂອບ​ເຂດ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງອາຫານ ອາ​ຊຽນ, ຂອບ​ເຂດ​ລະບອບ​ນະ​ໂຍບາຍ​ອາ​ຊຽນ ​ກ່ຽວ​ກັບ​ການ​ສຳ​ພັດ​ການ​ເງິນ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ, ນ້ອຍ ​ແລະ ນ້ອຍ​ຫຼາຍ… ກອງ​ປະຊຸມ​ຄັ້ງ​ທີ 48 ຄັ້ງ​ນີ້​ກໍ່​ເພື່ອ​ກະກຽມ​​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 28, 29 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ໃນ​ເດືອນ 9 ຈະ​ມາ​ເຖິງ.
       ທ່ານ ​ເຈີ່ນ​ຕ໋ວນ​ແອ​ງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ​ໄດ້​ສຸມ​ໃສ່​ພິຈາລະນາ ​ແລະ ຮັບຮອງ​ເອົາ​ຫຼາຍ​ຂອບ​ເຂດ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ພາຍ​ໃນ​ກຸ່ມ ອາ​ຊຽນ ກໍ່​ຄື​ບັນດາ​ຄູ່​ຮ່ວມ​ມື:
      “ອາດ​​ເວົ້າ​ໄດ້​ວ່າ​, ພື້ນຖານ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ຫັນ​ບັນດາ​ນະ​​ໂຍບາຍ, ​ເນື້ອ​ໃນ​ໃນ​ບັນດາ​ສັນຍາ​ພາຍ​ໃນ​ກຸ່ມ ​ເພື່ອ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ປະກົດ​ຜົນ​ເປັນ​ຈິງ​ດ້ວຍ​ບັນດາ​ການ​​ແນະນຳລະອຽດ​ໃນ​ພາກ​ລັດ, ພາກ​ເອກະ​ຊົນ ​ທີ່ໄດ້​ວາງ​ອອກ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊີວິ​ດການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ.”
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top