• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ “ວຽກງານສໍາລັບຊາວຫວຽດນາມອາໄສຢູ່ຕ່າງປະເທດແລະການປົກປ້ອງພົນລະເມືອງ

      ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 30 ແລະກອງປະຊຸມການພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 19, ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ສອງຫົວໜ່ວຍສັງກັດກະຊວງການຕ່າງປະເທດ ແມ່ນ ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ກົມສະຖານກົງສູນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຫົວເລື່ອງສະເພາະ ວຽກງານສໍາລັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະການປົກປ້ອງພົນລະເມືອງ”. 
       ກອງປະຊຸມໄດ້ສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ບັນດາໜ້າວຽກທີ່ຍັງຄົງຄ້າງ ນັບແຕ່ກອງປະຊຸມການທູດ ຄັ້ງທີ 29 ມາຮອດປັດຈຸບັນ ແລະ ທິດທາງການເຄື່ອນໄຫວໃຫ້ໄລຍະ 2018 – 2020. ບັນດາຫົວໜ້າອົງການຕາງໜ້າໄດ້ແບ່ງປັນບົດຮຽນຕົວຈິງ, ຍົກອອກບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ບັນດາປັດໄຈທີ່ສົ່ງຜົນສະທ້ອນເຖິງປະສິດທິຜົນຂອງວຽກງານ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງ. ບົນພື້ນຖານນັ້ນ, ກອງປະຊຸມໄດ້ເຫັນດີເປັນເອກະພາບກັນກ່ຽວກັບມາດຕະການລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນຂອງບັນດາວຽກງານດັ່ງກ່າວໃຫ້ດີກວ່າອີກ.
      ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງໃນປີີຜ່ານມາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ການນໍາພັກ, ລັດ. ພາຍໃຕ້ການຊີ້ນໍາໂດຍກົງຂອງການນໍາກະຊວງການຕ່າງປະເທດຫວຽດນາມ ແລະ ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງບັນດາອົງການເຈົ້າໜ້າທີ່, ບັນດາອົງການຕາງໜ້າ ໄດ້ເຮັດໃຫ້ບັນດາວຽກງານດັ່ງກ່າວບັນລຸໄດ້ການປ່ຽນແປງຢ່າງເຫັນໄດ້ຊັດ, ນໍາມາເຊ່ິງຜົນສໍາເລັດ ແລະ ບຸກທະລຸໃໝ່, ເຮັດໃຫ້ຊາວຫວຽດນາມຢູ່ຕ່າງປະເທດນັບມື້ນັບມີຄວາມສະໜິດຕິດພັນ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ພ້ອມທັງມີບັນດາການປະກອບສ່ວນອັນແທດຈິງເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top