• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ ນາຍົກລັດຖະມົນຕີ ກັບ ວິ​ສາ​ຫະກິດ ປີ 2019

ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມ ນາຍົກລັດຖະມົນຕີ ກັບບັນດາວິສາຫະກິດ ດ້ວຍຫົວຂໍ້ “ພັດທະນາວິສາຫະກິດຢ່າງແຮງ - ເຊື່ອມໂຍງ, ປະສິດທິຜົນ, ໝັ້ນຄົງຍືນຍົງ”.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: chinhphu.vn)

ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາຮອງນາຍົກລັດຖະມົນຕີຄືທ່ານ ເຈືອງຮວ່າບິ່ງ, ທ່ານເວືອງດິ່ງເຫວ້, ທ່ານ ຫວູດຶກດາມ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າວິສາຫະກິດ 700 ແຫ່ງ ເຂົ້າຮ່ວມ.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ໃນການເຕີບໃຫຍ່ເຂັ້ມແຮງຂອງວິສາຫະກິດ ແມ່ນຂາດບໍ່ໄດ້ບົດບາດຂອງ ລັດ. ກົງກັນຂ້າມ, ແນ່ນອນວ່າ ໃນການຊຸດໂຊມຂອງວິສາຫະກິດ ຕ້ອງມີຄວາມຮັບຜິດຊອບຂອງ ລັດ. ບົນເນື້ອໃນຈິດໃຈ ຮ່ວມເດີນທາງພ້ອມກັບ ວິສາຫະກິດ, ລັດຖະບານປະດິດຄິດສ້າງພັດທະນາ ຈະຕ້ອງຊອກຫາວິທີຫຼຸດຜ່ອນຄວາມສ່ຽງ ແລະ ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນບັນດາຄວາມສ່ຽງ ໂດຍລະບອບລະບຽບການນະໂຍບາຍ ແລະ ກໍ່ຄວາມຫຍຸ້ງເຫຍືອງຂອງກົງຈັກບໍລິຫານ.

        “ພວກເຮົາຄວນສືບຕໍ່ກະທໍາ ແລະ ຕ້ອງກະທໍາຢ່າງຮີບດ່່ວນເພື່ອສາມາດແກ້ໄຂບັນດາຄວາມຫຍຸ້ງຍາກ, ຮົ້ວກີດຂວາງນັ້ນຢ່າງທັນການ ເພື່ອໃຫ້ວິສາຫະກິດພັດທະນາດີກວ່າ. ຕ້ອງແກ້ໄຂບັນດາສິ່ງກີດຂວາງ ເພື່ອເຮັດໃຫ້ວິສາຫະກິດພັດທະນາຢ່າງແຮງກວ່າ, ໝັ້ນຄົງເຂັ້ມແຂງກວ່າ. ຕ້ອງສຸມໃສ່ແກ້ໄຂ ເພື່ອໃຫ້ວິສາຫະກິດຫວຽດນາມ ເພີ່ມທາງດ້ານປະລິມານ ແລະ ພັດທະນາທາງດ້ານຄຸນນະພາບ ແລະ ພັດທະນາແບບຍືນຍົງ”.

        ທ່ານນາຍົກລັດຖະມົນຕີ ສະໜີປະຊາຄົມວິສາຫະກິດ ພ້ອມກັນນໍາສະເໜີຄໍາເຫັນເພື່ອໃຫ້ລັດຖະບານ ປະຕິບັດສໍາເລັດ ແລະ ລື່ນກາຍຄາດໝາຍເສດຖະກິດ-ສັງຄົມ ປີ 2020 ກໍຄື ແຜນການພັດທະນາ ໄລຍະ 5 ປີ 2021 – 2025.

        ພາຍຫຼັງສິ້ນສຸດກອງປະຊຸມ, ລັດຖະບານ ຈະອອກມະຕິກ່ຽວກັບການກໍານົດທິດແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. 

 (ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top