• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6

ໃນອາຍຸການໃໝ່, ກຳມະບານລັດຖະກອນ ຫວຽດນາມ ຕ້ອງເພີ່ມທະວີການໂຄສະນາເພື່ອໃຫ້ພະນັກງານກຳມະບານ, ລັດຖະກອນ ແຕ່ລະຄົນຊາບຊຶມທີ່ຕັ້ງ, ບົດບາດສຳຄັນຂອງອົງການຈັດຕັ້ງກຳມະບານ.
(ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6)

ຕອນເຊົ້າວັນທີ 01 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ກຳມະບານລັດຖະກອນ ຫວຽດນາມ ຄັ້ງທີ 6, ອາຍຸການ 2023 - 2028 ໄດ້ໄຂຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 300 ຄົນ, ທີ່ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາຖະໜາຂອງສະມາຊິກເກືອບ 85 ພັນຄົນ, ທີ່ເປັນສະມາຊິກ, ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບກຳມະບານພາລະກອນ ຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຊວນທັງ, ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສະເໜີວ່າ, ໃນອາຍຸການໃໝ່, ກຳມະບານລັດຖະກອນ  ຫວຽດນາມ ຕ້ອງເພີ່ມທະວີການໂຄສະນາເພື່ອໃຫ້ພະນັກງານກຳມະບານ, ລັດຖະກອນ ແຕ່ລະຄົນຊາບຊຶມທີ່ຕັ້ງ, ບົດບາດສຳຄັນຂອງອົງການຈັດຕັ້ງກຳມະບານ. ພິເສດ, ຕ້ອງຕັ້ງໜ້າຕໍ່ສູ້ຕ້ານບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ ເພື່ອປົກປ້ອງພື້ນຖານແນວຄິດຂອງພັກ; ຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອປັບປຸງຊີວິດທາງດ້ານວັດຖຸ, ຈິດໃຈ ແລະ ເງື່ອນໄຂການເຮັດວຽກໃຫ້ບັນດາສະມາຊິກ ແລະ ຜູ້ອອກແຮງງານກຳມະບານ.

ດ້ວຍທິດນຳທີ່ວ່າ “ປະຊາທິປະໄຕ - ປ່ຽນແປງໃໝ່ - ສາມັກຄີ - ມີຫົວຄິດປະດິດສ້າງ”, ກອງປະຊຸມໃຫ່ຍຄັ້ງນີ້ໄດ້ເລືອກຕັ້ງຄະນະບໍລິຫານງານກຳມະບານລັດຖະກອນ  ຫວຽດນາມ ຊຸດທີ 6 ອາຍຸການ 2023-2028 ລວມມີສະມາຊິກ 35 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top