• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເທື່ອທີ 4 ກຸ່ມວຽກງານລະຫວ່າງຂະແໜງ ອາຊຽນ ກ່ຽວກັບການຮັບມືກັບກໍລະນີການແພດສຸກເສີນທາງສາທາລະນະ

      ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ໄດ້ຢັ້ງຢືນບັນດາໝາກຜົນຕັ້ງໜ້າຢູ່ບັນດາປະເທດສະມາຊິກ ອາຊຽນ ແລະ ການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງບັນດາອົງການວິຊາສະເພາະຂອງ ອາຊຽນ ໃນການຕໍ່ສູ້ຕ້ານໂຄວິດ-19.

ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM)
ອາຊຽນ - ຫວຽດນາມ  (ພາບ: TTXVN)
      ວັນທີ 14 ຕຸລາ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຫວຽດນາມ ໄດ້ຮຽກໂຮມ ແລະ ເປັນປະທານກອງປະຊຸມເທື່ອທີ 4 ກຸ່ມວຽກງານລະຫວ່າງຂະແໜງສະພາປະສານງານ ອາຊຽນ ກ່ຽວກັບບັນດາກໍລະນີດ້ານສາທາລະນະສຸກສຸກເສີນ (ACCWG-PHE) ດ້ວຍຮູບການທາງອອນລາຍ ເຊິ່ງມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ບັນດາປະເທດ ອາຊຽນ ໃນ 2 ເສົາຄ້ຳປະຊາຄົມ ອາຊຽນ, ຜູ້ຕາງໜ້າອົງການລົງເລິກຂະແໜງສາທາລະນະສຸກ, ຄົມມະນາຄົມ, ເຂົ້າ-ອອກເມືອງ…ແລະ ບັນດາຮອງເລຂາທິການໃຫຍ່ ອາຊຽນ.
        ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ໄດ້ຢັ້ງຢືນບັນດາໝາກຜົນຕັ້ງໜ້າຢູ່ບັນດາປະເທດສະມາຊິກ ອາຊຽນ ແລະ ການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງບັນດາອົງການວິຊາສະເພາະຂອງ ອາຊຽນ ໃນການຕໍ່ສູ້ຕ້ານໂຄວິດ-19.
        ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ດ້ວຍບົດບາດເປັນປະທານກຸ່ມ ACCWG-PHE, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ຕີລາຄາສູງຕໍ່ບົດບາດຂອງກຸ່ມ ACCWG-PHE ໃນການປະສານງານຮັບມືລວມຂອງ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ, ສະເໜີໃຫ້ບັນດາອົງການວິຊາສະເພາະ ສັງກັດກຸ່ມວຽກງານ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນເພື່ອສາມາດປະຕິບັດບັນດາຂໍ້ລິເລີ່ມຕົ້ນຕໍຂອງ ອາຊຽນ ກ່ຽວກັບໂຄວິດ-19 ໃຫ້ສຳເລັດຖືກຕາມແຜນການວາງອອກ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top