• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ກ່ຽວກັບປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ຄັ້ງທີ 28 ໄດ້ເນັ້ນໜັກເຖິງ 5 ບຸລິມະສິດໃນປີ ປະທານ ອາຊຽນ 2020

      ຕອນເຊົ້າວັນທີ 22 ມິຖຸນາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບ ປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ຄັ້ງທີ 28 ຖືກດໍາເນີນຕາມຮູບແບບອອນລາຍ, ພາຍໃຕ້ການເປັນປະທານຂອງ ຫວຽດນາມ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບ ປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ຄັ້ງທີ 28 (ພາບ:baoquocte) 
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບດ້ານ ວັດທະນະທໍາ - ສັງຄົມ ອາຊຽນ (SOCA) ຂອງຫວຽດນາມ ໃຫ້ຮູ້ວ່າ ໃນປີເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ວາງອອກ 5 ບຸລິມະສິດໃຫ້ແກ່ການຮ່ວມມື ອາຊຽນ. ທີໜຶ່ງແມ່ນ ສາມັກຄີ, ເປັນເອກະພາບ, ສະໜິດຕິດພັນ ແລະ ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ສົມທົບກັນມີຫຼັກໝັ້ນລວມ ເພື່ອມີບັນດາການປະພຶດທີ່ບັນລຸມາດຕະຖານ ແລະ ທັນການ; ທີສອງແມ່ນ ຮ່ວມສໍາພັນ, ເຊື່ອມຕໍ່ໃນພາກພື້ນ, ປັບຕົວໃຫ້ແທດເໝາະກັບສະພາບການ ແລະ ຍາດແຍ່ງບັນດາກາລະໂອກາດ; ທີສາມແມ່ນ ຊຸກຍູ້ສີສັນ ແລະ ຄວາມຮັບຮູ້ຂອງ ອາຊຽນ; ທີສີ່ແມ່ນ ຍູ້ແຮງການພວພັນຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງ; ທີຫ້າ ແມ່ນຍົກສູງກໍາລັງຄວາມສາມາດ, ປະສິດທິຜົນຂອງການເຄື່ອນໄຫວ. ກ່ຽວກັບບັນດາຂົງເຂດເຄື່ອນໄຫວຈຸດສຸມໃນປີນີ້, ທ່ານ ຫງວຽນແມ້ງເກື່ອງ ເນັ້ນໜັກວ່າ:
        “ເສົາຄໍ້າ ວັດທະນະທໍາ - ສັງຄົມ ຈະຊຸກຍູ້ບັນດາການປະກອບຄໍາເຫັນ, ມຸ່ງໄປສູ່ບັນດາຈຸດສຸມ ເຊິ່ງລວມມີ: ແຮງງານ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສະຫວັດດີການສັງຄົມ; ສາທາລະນະສຸກ, ການສື່ສານ, ວັດທະນະທໍາ ອາຊຽນ, ຊາວໜຸ່ມ, ສະພາບແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ... ລະອຽດ, ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ຈະຕີລາຄາລະຫວ່າງອາຍຸການ ກ່ຽວກັບແຜນການສັງລວມຂອງ ປະຊາຄົມວັດທະນະທໍາ - ສັງຄົມ. ນີ້ແມ່ນການເຄື່ອນໄຫວສໍາຄັນ ເພື່ອຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ກໍຄື ຮັບຮູ້ບັນດາແບບວິທີ, ຈາກນັ້ນຍົກອອກບັນດາຂໍ້ສະເໜີແນະໃຫ້ແກ່ບັນດາອົງການວິຊາສະເພາະ, ຊຸກຍູ້ການຮ່ວມມືຢູ່ໃນລະດັບຊາດ ແລະ ພາກພື້ນ ເພື່ອສາມາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ບັນລຸເປົ້າໝາຍຂອງປະຊາຄົມ ວັດທະນະທໍາ - ສັງຄົມ ອາຊຽນ ວິໄສທັດ 2025”.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top