• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສູນກາງພັກຄັ້ງທີ 7: ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ

      ກອງປະຊຸມສູນກາງຄັ້ງທີ 7, ຄະນະບໍລິຫານງານສູນກາງພັກຊຸດທີ 12 ອັດລົງໃນທ້າຍອາທິດຜ່ານມາ ເຊິ່ງບັນລຸໄດ້ບັນດາໝາກຜົນສຳຄັນ. ມະຕິ 3 ສະບັບໄດ້ຮັບການຮັບຮອງເອົາທີ່ກອງປະຊຸມ ກ່ຽວຂ້ອງເຖິງວຽກງານພະນັກງານ, ຮັບປະກັນຊີວິດສັງຄົມ ໄດ້ສ້າງປະຖົມປັດໄຈສຳຄັນ, ສ້າງກຳລັງໜູນໃໝ່ໃຫ້ແກ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາປະເທດຊາດ.

ກອງປະຊຸມສູນກາງຄັ້ງທີ 7, ຄະນະບໍລິຫານງານສູນກາງພັກຊຸດທີ 12
(ພາບ: TTXVN)
      ມະຕິສຳຄັນ 3 ສະບັບທີ່ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກຊຸດທີ 13 ໄດ້ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດທີ່ມີຄຸນນະທາດ, ຄວາມສາມາດ ແລະ ອິດທິພົນຊື່ສຽງຢ່າງພຽງພໍ, ທັດທຽມກັບໜ້າທີ່; ມະຕິກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຄົນງານໃນວິສາຫະກິດ; ມະຕິກ່ຽວກັບການປະຕິຮູບນະໂຍບາຍປະກັນໄພສັງຄົມ.
ສຸມໃສ່ກໍ່ສ້າງຖັນແຖວພະນັກງານ
        ໃນບັນດາເອກະສານທີ່ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມ, ມະຕິກ່ຽວກັບການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ ໄດ້ຮັບຄວາມຫວັງວ່າຈະສ້າງບາດລ້ຽວຢ່າງໃຫຍ່ຫຼວງໃນວຽກງານກໍ່ສ້າງ, ປັບປຸງພັກ. ມະຕິມີເນື້ອໃນປ່ຽນແປງໃໝ່ສຳຄັນຫຼາຍຢ່າງ, ໃນນັ້ນມີລັກສະນະບຸກທະລຸ, ສາມາດເປັນໄປໄດ້ ແລະ ຕິດແທດກັບສະພາບການຕົວຈິງ. ພິເສດ, ສູນກາງພັກໄດ້ຊີ້ແຈ້ງ: ຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດເຊິ່ງຫວຽດນາມ ສຸມໃສ່ກໍ່ສ້າງໃນໄລຍະຈະມາເຖິງແມ່ນມີຄຸນນະທາດ, ມີຄວາມສາມາດ ແລະ ມີອິດທິພົນຊື່ສຽງຢ່າງພຽງພໍ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຂອງຍຸກສະໄໝໃໝ່.
        ຈຸດພົ້ນເດັ່ນຂອງມະຕິໃນຄັ້ງນີ້ແມ່ນສູນກາງພັກ ຮຽກຮ້ອງໃຫ້ຕ້ອງມີມາດຕະການຕີລາຄາພະນັກງານຢ່າງພາວະວິໄສ, ຊັດເຈນ; ມີກົນໄກສ້າງກຳລັງໜູນ, ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ຝຶກຝົນຫຼໍ່ຫຼອມຜ່ານພຶດຕິກຳຕົວຈິງທີ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ສິ່ງທ້າທາຍທີ່ໃຫຍ່ຫຼວງຂອງຖັນແຖວພະນັກງານ ແລະ ຍົກສູງມາດຕະການແກ້ໄຂຄວບຄຸມສິດອຳນາດ, ຕ້ານລັດທິສ່ວນຕົວ… ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່, ມາດຕະການແກ້ໄຂສຳຄັນເພື່ອສະກັດກັ້ນຖ້ອຍທຳນອງສວຍໃຊ້ສິດອຳນາດໃນກົງຈັກລັດ ເພື່ອປັປບຸງ ແລະ ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບ. ທ່ານຮອງສາດສະດາຈານ ຫງວຽນຈ້ອງຟຸ໋ກ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຕີລາຄາວ່າ.
        “ແຜນຮ່າງວຽກງານພະນັກງານໄດ້ວາງອອກເຖິງຄວາມຮຽກຮ້ອງຕ້ອງການໂດຍພື້ນຖານສຳລັບພະນັກງານແຕ່ລະຄົນ, ພິເສດແມ່ນພະນັກງານຂັ້ນຍຸດທະສາດ ຕ້ອງຮັບປະກັນຄວາມຮຽກຮ້ອງພື້ນຖານດ້ານຄຸນສົມບັດ, ພູມປັນຍາ, ກຳລັງຄວາມສາມາດຊີ້ນຳຄຸ້ມຄອງ, ມີອິດທິພົນຊື່ສຽງ, ວິທີເຮັດວຽກ, ໂດຍສະເພາະແມ່ນແນວຄິດຍຸດທະສາດ. ພະນັກງານຂັ້ນຍຸດທະສາດ ໂດຍສະເພາະແມ່ນຢູ່ທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການໂດຍພື້ນຖານ. ແຕ່ພ້ອມທັງສູນກາງກໍ່ວາງອອກລະບົບມາດຖານ, ມາດຕະຖານຢ່າງລະອຽດເພື່ອຄັດເລືອກເອົາພະນັກງານແຕ່ລະຄົນ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ”.
        ເພື່ອປະຕິບັດມະຕິຢ່າງມີປະສິດທິຜົນ, ໃນເຄິ່ງອາຍຸການສຸດທ້າຍຂອງຊຸດທີ 12, ສູນກາງພັກຢືນຢັນຄວາມມານະພະຍາຍາມສ້າງສຳເລັດບາດກ້າວໜຶ່ງກ່ຽວກັບການຫັນເປັນລະບອບລະບຽບການ, ຫັນມະຕິໃຫ້ກາຍເປັນບັນດາຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ ຕາມແຜນກຳນົດ, ເໝາະສົມກັບສະພາບການຕົວຈິງ.
ເພີ່ມທະວີພື້ນຖານຮັບປະກັນຊີວິດສັງຄົມ
        2 ໃນຈຳນວນມະຕິ 3 ສະບັບເຊິ່ງກອງປະຊຸມຄັ້ງນີ້ປະກາດໃຊ້ ລ້ວນແຕ່ກ່ຽວຂ້ອງເຖິງການໜູນຊ່ວຍ. ການປະຕິຮູບເງິນເດືອນ ແລະ ປະກັນໄພສັງຄົມໃນເວລາດຽວກັນ ດ້ານໜຶ່ງແມ່ນປະກອບສ່ວນຕ້ານການສໍ້ຫຼາດບັງຫຼວງ, ແຕ່ອີກດ້ານໜຶ່ງກໍ່ມີຄວາມສຳຄັນຍິ່ງນັ້ນແມ່ນໜູນຊ່ວຍໃຫ້ຊົນຊັ້ນຖືກປະປ່ອຍຢູ່ດ້ານຫຼັງໃນສະພາບຂາດຄວາມສະເໝີພາບໃນສັງຄົມ ທີ່ນັບມື້ນັບເພີ່ມຂຶ້ນ.
        ຕາມນັ້ນແລ້ວ, ມະຕິກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ ແມ່ນເພື່ອແນໃສ່ສ້າງລະບົບນະໂຍບາຍເງິນເດືອນແຫ່ງຊາດຢ່າງມີວິທະຍາສາດ, ກະຈ່າງແຈ້ງ, ແທດເໝາະກັບສະພາບການຕົວຈິງຂອງປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດໂດຍໄວ. ຕາມນັ້ນແລ້ວ, ເງິນເດືອນຕ້ອງແມ່ນແຫຼ່ງລາຍຮັບຕົ້ນຕໍ ຮັບປະກັນໄດ້ຊີວິດການເປັນຢູ່ໃຫ້ແກ່ຜູ້ໄດ້ຮັບເງິນເດືອນ ແລະ ຄອບຄົວຂອງເຂົາເຈົ້າ; ຈ່າຍເງິນເດືອນຢ່າງຖືກຕ້ອງນັ້ນແມ່ນການລົງທຶນໃຫ້ແກ່ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງກຳລັງໜູນຍົກສູງສະມັດຕະພາບການອອກແຮງງານ ແລະ ປະສິດທິຜົນການເຮັດວຽກຂອງຄົນງານ. ທ່ານອະດີດຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍຄົງຄະ ແລະ ສັງຄົມ ຟ້າມມິງຮວນ, ຖືວ່າ.
        “ການສັບຊ້ອນລະບົບເງິນເດືອນຄືນໃໝ່ ຈະຊ່ວຍໃຫ້ລັດຖະກອນມີຊີວິດດີກວ່າ ເມື່ອທຽບໃສ່ປະຈຸບັນ. ຈາກນັ້ນສ້າງສະມັດຕະພາບ, ຄຸນນະພາບການເຮັດວຽກໃຫ້ດີກວ່າ”.
        ແຜນຮ່າງປະຕິຮູບນະໂຍບາຍປະກັນສັງຄົມ ກໍ່ແມ່ນເນື້ອໃນສຳຄັນທີ່ກອງປະຊຸມສູນກາງພັກຄັ້ງທີ 7. ສູນກາງພັກໄດ້ກຳນົດວ່າ ໃນໄລຍະຈະມາເຖິງ, ຄວນຍູ້ແຮງວຽກງານປະຕິຮູບປະກັນສັງຄົມກວ່າອີກ ເພື່ອໃຫ້ກາຍເປັນເສົາຄ້ຳຕົ້ນຕໍຂອງລະບົບຮັບປະກັນຊີວິດສັງຄົມຢ່າງແທດຈິງ. ເປີດກວ້າງຢ່າງໝັ້ນຄົງເຂັ້ມແຂງເທື່ອລະກ້າວ ເພື່ອກ້າວໄປເຖິງການປະຕິບັດປະກັນສັງຄົມທົ່ວປວງຊົນ ຕາມທິດທາງທີ່ເໝາະສົມກັບເງື່ອນໄຂພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດຄວາມກ້າວໜ້າ ແລະ ຍຸດຕິທຳໃນສັງຄົມ. ຫວຽດນາມ ຈະພັດທະນາລະບົບນະໂຍບາຍປະກັນສັງຄົມຢ່າງມີໄຫວພິບ, ຫຼາຍຮູບຫຼາຍແບບ, ຫຼາຍຊັ້ນ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຕາມຫຼັກການ “ປະກອບ - ຊົມໃຊ້”, “ຍຸຕິທຳ”, “ສະເໝີພາບ”, “ແບ່ງປັນ” ແລະ “ໝັ້ນຄົງ”.
        ເລື່ອງສູນກາງພັກປະກາດມະຕິສະບັບໃໝ່ກ່ຽວກັບວຽກງານພະນັກງານ, ອາຍຸການຊຸດທີ 12 ກໍຄືມະຕິກ່ຽວກັບການຮັບປະກັນຊີວິດສັງຄົມ ຈະສ້າງປະຖົມປັດໄຈສຳຄັນ, ສ້າງກຳລັງໜູນໃໝ່ໃຫ້ແກ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top