• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ອາເມລິກາ ຢັ້ງຢືນ ຍັງຄົງມີຄວາມສະໜິດຕິດພັນກັບ ອາຊີ

ວັນທີ 4 ພະຈິກ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Willbur Ross ຢັ້ງຢືນວ່າ ວໍຊີງຕັນ ຍັງຄົງມີຄວາມສະໜິດຕິດພັນກັບ ອາຊີ ຢູ່, ເຖິງວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນໃຈວ່າ ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງຢູ່ ບາງກອກ, ປະເທດ ໄທ. 

 ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາຄັ້ງທີ 7  (ພາບ: TTXVN)

ທ່ານລັດຖະມົນຕີ Willbur Ross ແລະ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Robert O’Brien ແມ່ນບັນດາຜູ້ແທນສູງສຸດໃນຄະນະຜູ້ແທນ ອາເມລິກາ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ, ໃນເມື່ອຝ່າຍ ສ.ເກົາຫຼີ, ຍີ່ປຸ່ນ ແລະ ອິນເດຍ ລ້ວນແຕ່ມີການນໍາເຂົ້າຮ່ວມ. ບັນດາກອງປະຊຸມສຸດຍອດ ອາຊຽນ ທີ່ຈັດຂຶ້ນກ່ອນໜ້ານັ້ນ ແມ່ນລ້ວນແຕ່ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຫຼື ຮອງປະທານາທິບໍດີ ອາເມລິກາ.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ຖືກຕໍາໜິຕິຕຽນວ່າ ຍ້ອນຢາກຖອນຕົວອອກຈາກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີ Willbur Ross ໄດ້ປະຕິເສດຕໍ່ບັນດາຄໍາຕໍາໜິຕິຕຽນໂດຍຖືວ່າ ອາເມລິກາ ໄດ້ປິນຫຼັງໃສ່ບັນດາພັນທະມິດ ອາຊີ.

        ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດ ທີ່ໄດ້ຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດ ອາຊຽນ, ທ່ານລັດຖະມົນຕີ Willbur Ross ຢັ້ງຢືນວ່າ ອໍານາດການປົກຄອງທ່ານປະທານາທິບໍດີ Donald Trump ຍັງຄົງມີຄວາມສະໜິດຕິດພັນ ແລະ ສຸດຈິດສຸດໃຈ ກັບພາກພື້ນ. ທ່ານໃຫ້ຮູ້ວ່າ ອາເມລິກາ ພວມສືບຕໍ່ເຈລະຈາດ້ານການຄ້າກັບບັນດາປະເທດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

Top