ຂ່າວສານ
ກອງປະຊຸມສຸດຍອດດຳເນີນທຸລະກິດ ແລະ ການລົງທຶນ ອາຊຽນ 2020: ຮ່ວມແຮງຮ່ວມໃຈສ້າງພາກພື້ນອາຊຽນ ພັດທະນາ ແລະ ວັດທະນາຖາວອນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ການເຂົ້າຮ່ວມຂອງບັນດາການນຳອາຊຽນ ແລະ ບັນດາຄູ່ຮ່ວມມືພ້ອມກັບວິສາຫະກິດຫຼາຍແຫ່ງຢູ່ພາຍໃນພາກພື້ນ, ເປັນການສະແດງໃຫ້ເຫັນຈິດໃຈຮ່ວມມືຂອງລັດຖະບານ ບັນດາປະເທດ ແລະ ວົງການພາກເອກະຊົນໃນການຮ່ວມແຮງຮ່ວມໃຈ ສ້າງພາກພື້ນອາຊຽນ ໃຫ້ພັດທະນາ ແລະ ວັດທະນາຖາວອນ.
ເຖິງຢ່າງໃດກໍ່ຕາມ, ໂລກລະບາດ ໂຄວິດ - 19 ໃນ ປັດຈຸບັນ ແມ່ນສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນສຳລັບປະຊາຊົນໃນທົ່ວໂລກ ກໍ່ຄືອາຊຽນ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກອງປະຊຸມສຸດຍອດກ່ຽວກັບການດຳເນີນທຸລະກິດ ແລະ ການລົງທຶນ ອາຊຽນ 2020 ປີນີ້ ຈະແມ່ນສະຖານທີ່ເພື່ອປຶກສາຫາລື, ແບ່ງປັນປະສົບການ, ບົດຮຽນທີ່ດີທີ່ສຸດ ເພື່ອ ສ້າງບັນດາກາລະໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ ມຸ່ງໄປສູ່ການພັດທະນາແບບຍືນຍົງ ແລະ ກວມລວມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ຮູ້ວ່າ:ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມືຂອງ ອາຊຽນເພື່ອສືບຕໍ່ບັນດາໂຄງການໜູນຊ່ວຍຢ່າງແທດຈິງໃຫ້ແກ່ວິສາຫະກິດໃນພາກພື້ນ, ພິເສດແມ່ນໃນຂົງເຂດເຫັນເປັນດີຈີຕອນ, ສິ່ງແວດລ້ອມ, ສັງຄົມ ແລະ ບໍລິຫານ (ESG), ເຕັກໂນໂລຢີ ແລະ ວຽກເຮັດງານທຳໃນອະນາຄົດຢູ່ພາກພື້ນ, ການພັດທະນາແບບຍືນຍົງ ແລະ ກວມລວມ.
ເມື່ອເຕື້ອງເຖິງບັນດາມາດຕະການພັດທະນາເສດຖະກິດ ອາຊຽນ, ທ່ານ Aladdin D.Rillo ຮອງເລຂານຸການໃຫຍ່ອາຊຽນຮັບຜິດຊອບປະຊາຄົມເສດຖະກິດ ອາຊຽນເນັ້ນໜັກວ່າ:
ອາຊຽນຕ້ອງມີບັນດາບຸລິມະສິດສຳຄັນເພື່ອສາມາດຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ. ນັ້ນແມ່ນຕ້ອງຮ່ວມມືກັນຟື້ນຟູເສດຖະກິດ, ມີການກະທຳຮັບມືກັບໂລກລະບາດຢ່າງຂ້ຽວຂາດ. ບັນດາປະເທດຕ້ອງຮັບປະກັນບຸລິມະສິດແຫຼ່ງງົບປະມານຢ່າງຄົບຖ້ວນເພື່ອແກ້ໄຂໂລກລະບາດ ໂຄວິດ - 19,ຕ້ອງເປີດປະຕູພື້ນຖານເສດຖະກິດ ເພື່ອຮັບປະກັນວ່າ ເສດຖະກິດອາດຈະໄດ້ຮັບການຟື້ນຟູເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)