• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳສະນາລະດັບຊາດ, ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ

ກອງທັບປະຊາຊົນ ຫວຽດນາມ - ມູນເຊື້ອອັນສະຫງ່າອົງອາດ, ພາລະກິດສະງ່າງາມ, ກຳລັງຫຼັກແຫຼ່ງສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ.
(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສຳມະນາ)

ຕອນເຊົ້າວັນທີ 14 ທັນວາ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ, ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024), 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2024).

ດ້ວຍຫົວຂໍ້ “ກອງທັບປະຊາຊົນ ຫວຽດນາມ - ມູນເຊື້ອອັນສະຫງ່າອົງອາດ, ພາລະກິດສະງ່າງາມ, ກຳລັງຫຼັກແຫຼ່ງສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ”. ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສຳມະນາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຢືນຢັນແນວທາງ, ແຜນນະໂຍບາຍທີ່ຖືກຕ້ອງ, ປະດິດຄິດສ້າງຂອງພັກ ກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ, ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ ໄວ້ຢ່າງໝັ້ນຄົງ.

ແລະກໍ່ເນື່ອງໃນໂອກາດນີ້, ໃນຕອນເຊົ້າວັນດຽວກັນ, ຢູ່ສຸສານປະທານ ໂຮ່ຈີມິນ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເປັນປະທານພິທີລາຍງານຜົນງານ, ຖະຫວາຍທູບທຽນຕໍ່ປະທານ ໂຮ່ຈີມິນ ຂອງຄະນະຜູ້ແທນຄະນະພັກການທະຫານສູນກາງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top