ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການອຳນາດການປົກຄອງທ້ອງຖິ່ນ ໂດຍສະພາແຫ່ງຊາດຮັບຮອງເອົາເມື່ອປີ 2015. ກົດໝາຍ 2 ສະບັບດັ່ງກ່າວ ໄດ້ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາແຜນນະໂຍບາຍ, ການກຳນົດທິດຂອງພັກ ກ່ຽວກັບລັດຖະບານ ແລະ ອຳນາດການປົກຄອງເປັນລະອຽດ, ສ້າງກອບກົດໝາຍສຳຄັນໃຫ້ແກ່ອົງການຈັດຕັ້ງ, ການເຄື່ອນໄຫວຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. ສະເໜີບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍ, ທ່ານ ຫງວຽນຄັກດິ້ງ ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ຮ່າງກົດໝາຍສະບັບປັບໄດ້ປຸງສຸມໃສ່ເຂົ້າໃນບັນຫາສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດເບົາບາງ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດ ແລະ ກວດກາຄືນພາລະໜ້າທີ່, ສິດອຳນາດຂອງບັນດາລະບອບລະບຽບບໍລິຫານລັດ.

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14
(ແຫຼ່ງຄັດຈາກ VOV)