• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ສືບຕໍ່ເຮັດວຽກ

ຕອນເຊົ້າວັນທີ 7 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຂອງອົງການແຮງງານສາກົນ (ILO) ວ່າດ້ວຍການນໍາໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ເຈລະຈາສັນຍາແຮງງານລວມໝູ່; ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ອະພິປາຍຄໍາເຫັນຂອງສະມາຊິກສະພາແຫ່ງຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ສືບຕໍ່ເຮັດ (ພາບ:quochoi.vn)

ເມື່ອປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ລ້ວນແຕ່ເຫັນດີເຫັນພ້ອມກ່ຽວກັບຄວາມຈໍາເປັນຕ້ອງເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ ແລະ ຖືວ່າ ສິ່ງດັ່ງກ່າວນີ້ ເປັນການຢັ້ງຢືນເຖິງຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນຂັ້ນຕອນການປະຕິບັດບັນດາຄໍາໝັ້ນສັນຍາທີ່ກ່ຽວຂ້ອງເຖິງແຮງງານ. ມີຄວາມເຫັນດີເປັນເອກະພາບສູງຕໍ່ເລື່ອງເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ, ທ່ານ ດ້າຍບຸ່ຍສີ໊ເລີ້ຍ ສະມາຊິກສະພາແຫ່ງຊາດແຂວງແທັງຮວ໊າຖືວ່າ ສໍາເນົາເອກະສານເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຂອງຫວຽດນາມ ໄດ້ຕອບສະໜອງບັນດາເນື້ອໃນຕາມການກໍານົດຢູ່ໃນມາດຕາ 45, 46 ຂອງກົດໝາຍວ່າດ້ວຍສົນທິສັນຍາສາກົນ ປີ 2016.

        ກ່ອນໜ້ານັ້ນ, ສະພາແຫ່ງຊາດ ກໍໄດ້ຂໍຄໍາເຫັນບັນດາສະມາຊິກສະພາແຫ່ງຊາດ ດ້ວຍລະບົບເອເລັກໂຕນິກ ກ່ຽວກັບໜຶ່ງເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍເຄຫາ ແລະ 01 ເນື້ອໃນໃນການຈັດແບ່ງ, ນໍາໃຊ້ແຫຼ່ງທຶນສໍາຮອງລວມ ແລະ ແຫຼ່ງທຶນທີ່ຍັງເຫຼືອຂອງແຜນການລົງທຶນພາກລັດໄລຍະກາງ ແຕ່ປີ 2016 – 2020.

        ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກ່ຽວກັບການປັບປຸງ, ເພີ່ມເຕີມມະຕິເລກທີ 81 ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງ ສານປະຊາຊົນ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top